ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງແຄ໋ງຮ່ວາ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງແຄ໋ງຮ່ວາ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ເຮັດ​ວຽກ​ກັບ​ຄະນະ​
ປະຈຳ​ພັກ​ແຂວງ ​ແລະ ພະນັກງານ​ຫຼັກ​​ແຫຼ່ງ​ແຂວງ ​ແຄ໋ງຮ່ວາ
(ພາບ: TTXVN)

(vovworld) – ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ພາກ​ກາງ, ຕອນ​ບ່າຍ​ວັນ​ທີ 04/05, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ພັກ​ແຂວງ ​ແລະ ພະນັກງານ​ຫຼັກ​​ແຫຼ່ງ​ແຂວງ ​ແຄ໋ງຮ່ວາ. ສະຫຼຸບ​ການ​ເຮັດ​ວຽກ​ ​ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ສະ​ແດງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມຕໍ່​ການ​ພັດທະນາ​ຢ່າງໄວ ​ແລະ ຮອບດ້ານ​ຂອງ ​ແຄ໋ງຮ່ວາ ​ໃນ​ຊຸມ​ປີຜ່ານມາ. ທ່ານ​ເລຂາທິການ​ໃຫຍ່ ກໍ່​ຖື​ວ່າ: ​ແງ່​ຫວັງ​ພັດທະນາ​ຂອງ ​ແຄ໋ງຮ່ວາ ​ແມ່ນ​ຍັງ​ໃຫຍ່​ຫລວງ​ຢູ່ ຍ້ອນມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫລາຍທ່າ​ແຮງ ຍັງ​ບໍ່​ທັນ​ຂຸດ​ຄົ້ນ​ໄດ້​ໝົ​​ດ​ເທື່ອ ​ແຂ​ວງຄວນ​ສືບ​ຕໍ່​ສ້າງ​ແຜນຜັງ, ການ​ພັດທະນາຢ່າງ​ຮອບດ້ານ​ໃຫ້​ບັນດາ​ເຂດ. ພ້ອມ​ທັງ ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຊີ້​ແຈ້ງວ່າ:

        “ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໃຫ້​ໝັ້ນຄົງ ​ແລະ ປອດ​ໄສ​ທີ່​ສຸດ. ຢາກ​ພັດທະນາ​ດ້ານ​ການທ່ອງທ່ຽວ ຕ້ອງຮັບປະກັນ​ຄວາມ​​ປອດ​ໄສ, ສະຖຽນ​ລະ​ພາບ. ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດ້ານເສດຖະກິດ​ທະ​ເລ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ຄື​ດັ່ງທີ່​​ໄດ້ກ່າວມາ​ຂ້າງ​ເຖິງ. ຕ້ອງ​​ເກັດ​ດຽວ​ປົກ​ປັກຮັກສາເອກະ​ລາດ, ອະທິປະ​ໄຕ, ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ ​ແລະ ຄວາມ​ເປັນເອກະ​ພາບ​ຂອງ​ປະ​ເທດ​ໄວ້​ຢ່າງ​ໝັ້ນຄົງ​.

ຂ່າວ/ບົດ​ອື່ນ