ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງສເກົາຫລີຢ່າງຈົບງາມ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງສເກົາຫລີຢ່າງຈົບງາມ - ảnh 1

(vovworld)- ຕອ​ນ​ທ່ຽງ​ວັນ​ທີ 4/10, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ ຫງວຽນ​ຟູ​ຈ້ອງ ໄດ້​ກັບ​ຄືນ​ເມືອ​ຮອດ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ ສ​ເກົາ​ຫລີ ຢ່າງ​ຈົບ​ງາມ. ໃນ​ການ​ຢ້ຽມ​ຢາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ Park Geun Hye, ພົບ​ປະ​ແລກ​ປ່ຽນ​ຄຳ​ເຫັນ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ເກົາ​ຫລີ ແລະ ພົບ​ປະ​ກັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ, ສະ​ມາ​ຄົມ​ມິດ​ຕະ​ພາບ ສ​ເກົາ​ຫລີ -ຫວຽດ​ນາມ, ຢ້ຽມ​ຢາມ​ນະ​ຄອນ Busan ແລະ ຮາກ​ຖານ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳ​ຈຳ​ນ​ວນ​ຫນຶ່ງ​ຂອງ ສ​ເກົາ​ຫລີ.

ສິ້ນ​ສຸດ​ການ​ຢ້ຽມ​ຢາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ສົ່ງ​ໂທ​ລະ​ເລກ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun Hye. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເຊື່ອ​ໝັ້ນ​ວ່າ ໝາກ​ຜົນ​ອັນ​ຕັ້ງ​ຫນ້າ​ຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ເພີ່​ມະ​ທວີ​ນ້ຳ​ໃຈ​ມິດ​ຕະ​ພາບ, ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ຮອບ​ດ້ານ ແລະ ເລ​ິກ​ເຊິ່ງກວ່າ.

ກ່ອນ​ຫນ້ານັ້ນ ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກຽວ​ກັບ​ໝາກ​ຜົນ​ການ​ຢ້ຽມ​ຢາມ ສ​ເກົາ​ຫລີ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ ຮ່​ວາງ​ບີງກວນ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ຫນ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ເວົ້າ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ສ​ເກົາ​ຫລີ ມີ​ແງ່​ຫວັງ​ອັນ​ດີ​ງາມ. ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກ່ຽວ​ກັບ​ຖະ​ແຫລງ​ການ​ຮ່ວມ 7 ຂໍ້. ສອງ​ຝ່າຍ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ຂຶ້ນ​ເຖິງ 70 ຕື້ USD ໃນ​ປີ 2020.

ຂ່າວ/ບົດ​ອື່ນ