ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງອວຍພອນບຸນເຕັດການນຳ,ອະດີດການນຳພັກ,ລັດ,ພໍ່ແມ່ປະຊາຊົນ,ນັກຮົບທົ່ວປະເທດ

(VOVWORLD) -ຕອນເຊົ້າວັນທີ 13 ກຸມພາ, ຢູ່ຮ່າໂນ້ຍ, ການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ໄດ້ພົບປະ, ອວຍພອນບຸນເຕັດບັນດາການນຳ, ອະດີດການນຳພັກ,ລັດ, ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ເປັນປະທານການພົບປະ.

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງອວຍພອນບຸນເຕັດການນຳ,ອະດີດການນຳພັກ,ລັດ,ພໍ່ແມ່ປະຊາຊົນ,ນັກຮົບທົ່ວປະເທດ - ảnh 1 (ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງອວຍພອນບຸນເຕັດການນຳ,

ອະດີດການນຳພັກ,ລັດ,ພໍ່ແມ່ປະຊາຊົນ,ນັກຮົບທົ່ວປະເທດ)

ກ່າວຄຳເຫັນອວຍພອນບຸນເຕັດ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊີ້ແຈ້ງວ່າ: ປີລະກາ 2017, ເປັນຄັ້ງທຳອິດພາຍຫຼັງຫຼາຍປີ, ປະເທດຊາດປະຕິບັດສຳເລັດ ແລະ ລື່ນກາຍ 13 ຄາດໝາຍແຜນການທີ່ໄດ້ວາງອອກ. GDP ບັນລຸ 6,81%, ເສດຖະກິດມະຫາພາກເປັນປົກກະຕີ, ໄພເງິນເຟີ້ໄດ້ຮັບການຄວບຄຸມ. ໃນປີ 2018, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຊີ້ແຈ້ງການປະຕິບັດບັນດາຄາດໝາຍ, ໜ້າທີ່ໄລຍະ 5 ປີ (2016 - 2020) ວ່າ.

        “ສຸມໃສ່ບຸລະມະສິດປະຕິບັດສຳເລັດລະບອບລະບຽບເສດຖະກິດກການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ, ສ້າງການຫັນປ່ຽນຢ່າງຈະແຈ້ງກວ່າ ໃນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບແຮງງານ, ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ. ພັດທະນາຢ່າງມີປະສິດທິຜົນວັດທະນະທຳ, ສັງຄົມ, ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ. ເປັນເຈົ້າການປ້ອງກັນ, ຕ່ໍ່ສູ້, ສະກັດກັ້ນບັນດາກົນອຸບາຍ, ການເຄື່ອນໄຫວຫວັງມ້າງທຳລາຍຂອງບັນດາກຳລັງທີ່ເປັນປໍລະປັກຢ່າງທັນການ, ມີປະສິດທິຜົນ. ປະຕິບັດວຽກງານກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໄສ, ເຂັ້ມແຂງ, ເຄື່ອນໄຫວຢ່າງມີປະສິດທິຜົນກວ່າ…”

        ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຊື່ອໝັ້ນວ່າ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຮ່ວມແຮງຮ່ວມໃຈ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສ້າງປະເທດໃຫ້ນັບມື້ນັບໃຫຍ່ກວ່າ ແລະ ສວຍງາມກວ່າ ແລະ ມີຄວາມວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ