ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຈລະຈາກັບປະທານາທິບໍດີອາເມລິກາB.Obama

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຈລະຈາກັບປະທານາທິບໍດີອາເມລິກາB.Obama - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ປະ​ທາ​ນາ​ທິບ​ໍ​ດີ
ອາ​ເມ​ລິ​ກາ B.Obama

(vovworld)- ​ ຕອນ​ເຊົ້າ​ວັນ​ທີ 7/7 ຕາມ​ເວ​ລາ​ອາ​ເມ​ລິ​ກາ, ຢູ່​ທຳ​ນຽບ​ຂາວທີ່​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ, ສະ​ຫະ​ລັດ​ອາ​ເມ​ລິ​ກາ, ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ B.Obama. ທ່ານ​ ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ B.Obama ໄດ້​ຊົມ​ເຊີຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ ແລະ ຄະ​ນະ​ຜູ​້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ​ມາ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ. ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ B.Obama ເນັ້ນ​ຫນັກ​ວ່າ: ອາ​ເມ​ລິ​ກາ ຖື​​ເປັນ​ສ​ຳ​ຄັນການ​ພົວ​ພັນ​ກັບ​ຫວຽດ​ນາມ ແລະ ບົດ​ບາດ​ຂອງ​ຫວຽດ​ນາມ ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ, ສະ​ແດງ​ຄວາມ​ປ​າດ​ຖະ​ຫນາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າ​ງ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ສອງ​ປະ​ເທດ ແລະ ຂອງ​ພາກ​ພື້ນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນ​ຢັນ: ຫວຽດ​ນາ​ມ ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ກັບ ອາ​ເມ​ລິ​ກາ ແມ່ນ​ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເຫມີ​ປາຍ ແລະ ຍາວ​ນານ​ຂອງ​ຫວຽດ​ນາມ. ສອງ​ຝ່າຍ​ແລກ​ປ່ຽນ ແລະ ເຫັນ​ດີ​ກ່ຽວ​ກັບ​ບັນ​ດາ​ການ​ກຳ​ນົດ​ທິດ​ໃຫຍ່ ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ. ການ​ນຳ​ສອງ​ທ່ານ ກໍ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ຫາ​ສິດ​ທິ​ມະ​ນຸດ ແລະ ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ຢາກ​ສືບ​ຕໍ່​ການ​ເຈ​ລະ​ຈາ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດນີ້ ດ້ວຍ​ຈິດ​ໃຈ​ເປ​ີດ​ເຜີຍ ແລະ ສ້າງ​ສັນ. ສອງ​ຝ່າຍ​ແລກ​ປ່ຽນ​ບາງ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສ​ົນ​ໃຈ. ການ​ນຳ​ສອງ​ທ່ານ​ເຫັນ​ດີ ຮັກ​ສາ​ສັນ​ຕ​ິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້​ນ​ຄົງ, ຄວາມ​ປອດ​ໄພ​ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ຊື່ງແມ່ນ​ຜົນ​ປະ​ໂຫຍດ ແລະ ຄວາມ​ຮັບ​ຜິດ​ຊອບ​ລວ​ມ​ຂອງ​ປະ​ຊາ​ຄົມ​ພາກ​ພື້ນ ແລະ ສາ​ກົນ, ສະ​ຫນັບ​ສະ​ຫນູນ​ຫລັກ​ການ​ແກ້​ໄຂ​​ການ​ຂັດ​ແຍ້ງໂດຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​.

        ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່່າງ ອາ​ເມ​ລິ​ກາ ແລະ ອາ​ຊຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໃຫ້​ຮູ້​ວ່າ: ຫວຽດ​ນາມ ສະ​ຫນັບ​ສະ​ຫນູນ​ເລື່ອງ​ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອາຊຽນ ຂຶ້ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຈະ​ສົມ​ທົບ​ກັບ​ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງ​ອື່ນ ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ, ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ, ກອງ​ປະ​ຊ​ຸ​ມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ເປີດກວ້າງ ADMM+, ເວ​ທີ​ປາ​ໄສ​ການ​ຮ​່ວມ​ມື​ເສດ​ຖະ​ກິດ ອາ​ຊີ ປາ​ຊີ​ຟີກ APEC ແລະ ກອງ​ປະ​ຊຸມ​ສຸດຍອດ ອາ​ຊີ​ຕາ​ເວັນ​ອອກ EAS ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້​ນ​ຄົງ ກໍ​ຄື​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ເມືອງ​ຢູ່​ພາກ​ພື້ນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເຊື້ອ​ເຊີນ​ທ່ານ​​​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ມາ​ຢ້ຽມ​ຢາມ​ຫວຽດ​ນາມ ​ໂດຍ​ໄວ. ທ່ານ​​​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ແລະ ຮັບ​ຄຳ​ເຊີນ​.

        ພາຍ​ຫລັງ​ການ​ເຈ​ລະ​ຈາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ໄດ້​ພົບ​ປະ​ກັບ​ນັກ​ຂ່າວ. ທ່ານ​​​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ຖື​ວ່າ: ໃນ​ສັດ​ຕະ​ວັດ​ທີ 20, ​ເຖິງວ່າ ​ ​ສອງ​ປະ​ເທດ ມີປະ​ຫວັດ​ສາດ ​ໂສກ​ເສົ້າຫງ່ວມ​ເຫງົາ, ປັດ​ຊະ​ຍາ​ການ​ເມືອງ, ລະ​ບົບ​ການ​ເມືອງ​ສອງ​ປະ​ເທດ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກໍ​ຕາມ ແຕ່​ການ​ຊີ້​ນຳ​ນຳ​ພາ​ຂອງ​ອາມ​ເລິ​ກາ ແລະ ຫວຽດ​ນາມ, ການ​ຮ່ວມ​ມື​ໂດຍ​ອີງ​ໃສ່​ພື້ນ​ຖານ​ເພື່ອ​ຜົນ​ປະ​ໂຫຍດ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ ໄດ້​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ງານ​ອັນ​ດີ​ງາມ​ໃນ​ຫລາຍ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ໃນ​ໄລ​ຍະ​ມໍ່ໆ​ມານີ້. ທ່ານ​​​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ພ້ອມ​ກັນ​ປືກ​ສາ​ຫາ​ລື​ກ່ຽວ​ກັບ​ສັນ​ຍາ TPP ຊື່ງ​ແມ່ນ​ສັນ​ຍາ​ສຳ​ຄັນ​ສາ​ມາດ​ຊ່ວຍ​ຍົກ​ສູງ​ບັນ​ດາ​ມາດ​ຕະ​ຖານ, ຄື​ມາດ​ຕະ​ຖານ​ກ່ຽວ​ກັບ​ແຮງ​ງານ, ສິ່ງ​ແວດ​ລ້ອມ ສາ​ມາດ​ນຳ​ມາ​ເຊິ່ງ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ກໍ​ຄື​ວຽກ​ເຮັດ​ງານ​ທຳ​ໃຫ້​ທັງ​ປະ​ຊາ​ຊົນ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ. ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ສະ​ຫນອງ​ບັນ​ດາ​ຄວາມ​ຕ້ອງ​ການ​ທີ່​ຈຳ​ເປັນ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້ງ​ຢູ່​ທະ​ເລຕາ​ເວັນ​ອອກ​ຜ່ານ​​ມາດ​ຕະ​ການ​ແກ້​ໄຂ​ໂດຍ​ສັນ​ຕິ ແລະ ຕ້ອງ​ເຄົາ​ລົບ​ກົດໝາຍ​ສາ​ກົນ. ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພົວ​ພັນ​ແລກ​ປ່ຽນລະ​ຫວ່າງ​ປະ​ຊາ​ຊົນ.

        ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ: ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້​ກາຍ​ເປັນ​ເພື່ອນ, ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ໃນ​ອະ​ນາ​ຄົດ, ການ​ພົວ​ພັນ​ນັ້ນ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ຈົບ​ງາມ​ກ່​ວາ.

        “ເມື່ອ​ຫວນ​ຄືນ​ ຢ່າງ​ຮອບ​ດ້ານກ່ຽວ​ກັບການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ​, ເປັນ​ຕົ້​ນ​ໃນ 20 ປີ​ຜ່ານ​ມາ, ພວກ​ຂ້າ​ພະ​ເຈົ້າ ໄດ້​ແລ​ກ​ປ່ຽນ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ ແລະ ຮອບ​ດ້ານ, ມຸ່ງ​ໄປ​ເຖິງ ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ​ອັນ​ດີ​ງາມກວ່າ​ອີກ, ມີ​ຄ​ຸນ​ນະ​ພາບກວ່າ, ຮອບ​ດ້ານກວ່າ.”

        ພາຍ​ຫລັງ​ການ​ເຈ​ລະ​ຈາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ  ທ່ານ​​​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ໄດ້​ຮັບ​ຮອງ​ເອົາ​ຖະ​ແຫລງ​ການ​ກ່ຽວ​ກັບ​ວິ​ໄສ​ທັດ​ຮ່ວມ ຫວຽດ​ນາມ - ອາ​ເມ​ລິ​ກາ.

 

 

ຂ່າວ/ບົດ​ອື່ນ