ທ່ານ​ເລຂາທິການ​ໃຫຍ່​ຫວຽດນາມ ຫງວຽນຟຸ໋ຈ້ອງ ຢ້ຽມຢາມ EU-ແບນຊິກຢ່າງເປັນທາງການ

ທ່ານ​ເລຂາທິການ​ໃຫຍ່​ຫວຽດນາມ ຫງວຽນຟຸ໋ຈ້ອງ ຢ້ຽມຢາມ EU-ແບນຊິກຢ່າງເປັນທາງການ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ຫວຽດນາມ ຫງວຽນຟຸ໋ຈ້ອງ
ເຈລະຈາ​ກັບທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy
(ພາບ: TTXVN)


(vovworld) -     ​ຕອນ​ເຊົ້າວັນ​ທີ 18/1, ຕາມ​ເວລາ​ຫວຽດນາມ, ພິທີ​ຕ້ອນຮັບ​ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄປ​ຢ້ຽມຢາມ​ລາຊະ​ອານາຈັກ​ແບນ​ຊິກ ຢ່າງ​ເປັນ​ທາງ​ການ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສົມ​ກຽດ​ຢູ່​ຫໍ Egmont ນະຄອນຫຼວງ​ບຣຸກ​ແຊນ. ພາຍຫຼັງ​ການ​ຕ້ອນຮັບ, ທ່ານເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໄດ້​ດຳ​ເນີນ​ການ​​ເຈລະ​ຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ​ແບນ​ຊິກ Elio Di Rupo. ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແທ້​ຈິງ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ເຂດ, ວົງ​ຄະນາ​ຍາດ​ຂອງ​ແບນ​ຊິກ​ ກັບ​​ທ້ອງ​ຖິ່ນ​ຕ່າງໆຂອງ​ຫວຽດນາມ ​ແລະ ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ.

​   ທ່ານ​ນາຍົກລັດຖະມົນຕີ​ແບນ​ຊິກ Elio Di Rupo ​ໄດ້​ຕີ​ລາຄາ​ສູງ​ທີ່​ຕັ້ງບົດບາດ​ຂອງ​ຫວຽດນາມ ກໍ່​ຄື​ການ​ປະກອບສ່ວນອັນຕັ້ງໜ້າ​ຂອງ​ຫວຽດນາມ ຕໍ່​ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ, ຕີ​ລາຄາ​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່ ​ແລະ ບັນດາ​ຜົນງານ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ ​ແລະ ຢັ້ງຢືນ​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດ​ບຸລິມະສິດ​ໃນ​ການ​ພົວພັນ​ຮ່ວມ​ມື​ຂອງ​ແບ​ນ​ຊິກ. ສ່ວນທ່ານເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ: ຫວຽດນາມ ຕີ​ລາຄາ​ສູງ​ທີ່​ຕັ້ງຂອງ​ແບນ​ຊິກ​ ຢູ່​ເອີ​ລົບ ​ແລະ ​ໃນ​ໂລກ, ຖື​ວ່າ ​ແບນ​ຊິກ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ, ​ແມ່ນ​ຂົວ​ຕໍ່​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ຂອງ​ຫວຽດນາມ ກັບ​ອີ​ຢູ ​ແລະ ບັນດາ​ປະ​ເທດ​ເອີລົບອື່ນໆ.

  ສິ້ນສຸດ​ການ​​ເຈລະຈາ, ທ່ານເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ແລະ ​   ທ່ານ​ນາຍົກລັດຖະມົນຕີ​ແບນ​ຊິກ Elio Di Rupo  ​ໄດ້​ເປັນ​ສັນ​ຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບັນດາ​ເອກະສານ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ຊື່​ງລວມມີ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ໜູນ​ຊ່ວຍ​ງົບປະມານ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ກໍ່ສ້າງ​ທ່າ​ກຳ​ປັ່ນດິງຫວູ໋-ຫາຍ​ຟ່ອງ.

    ກ່ອນ​ໜ້ານັ້ນຄື​ໃນວັນ​ທີ 17/01, ​ໃນ​ການ​ຢ້ຽມຢາມ​ລາຊະ​ອານາຈັກ​ແບນ​ຊິກ ​ແລະ ສະຫະພາບ​ເອີ​ລົບ (EU) ຢ່າງ​ເປັນ​ທາງ​ການ, ຢູ່​ນະຄອນຫຼວງ​ບຣຸກ​ແສນ, ປະ​ເທດ​ແບນ​ຊິກ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນຟຸ໋ຈ້ອງ ​​ໄດ້​ມີ​ການ​ເຈລະຈາ​ກັບທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy. 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນຕໍ່​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - EU ​ໃນ​ໄລຍະ​ຈະ​ມາ​ເຖິງ. ນັ້ນ​ແມ່ນ, ສືບ​ຕໍ່​ເພີ່ມ​ທະວີ​ການ​ພົບ​ປະ ​ແລະ ​ແລກປ່ຽນ​ຄະນະ​ຜູ້​ແທນທຸກ​ຂັ້ນ, ​ໂດ​ຍສະ​ເພາະ​ແມ່ນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ເພື່ອ​ແນ​ໃສ່​ສ້າງ​ກຳລັງ​ໜູນ​ພັດທະນາ​ການ​ພົວພັນ; ຍູ້​ໄວວິວັດ​ການ​ອະນຸມັດ​ຜ່ານ ​ເພື່ອ​ໃຫ້​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື PCA ມີ​ຜົນ​ສັກສິດ​ໂດຍ​ໄວ; ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ຫວຽດນາມ - EU; ສ້າງ​ຕັ້ງ​ກົນ​ໄກ​ທາ​ບທາມ​ດ້ານ​ການ​ເມືອງ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ. ຫວຽດນາມ ສະ​ແດງ​ຄວາມປາດ​ຖະໜາວ່າ EU ຈະ​ສະຫງວນ​ກົນ​ໄກ​ເສດຖະກິດ​ການ​ຕະຫຼາດ​ໃຫ້​ແກ່​ຫວຽດນາມ ​ໂດຍ​ໄວ, ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ອີກ​ໃຫ້​ ບັນດາ​ວິ​ສາ​ຫະກິດ​ 2 ປະ​ເທດ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢ່າງ​ຍາວ​ນານ​ຢູ່​ຕະຫຼາດ​ຂອງ​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ການ​ສຶກສາ​ບຳລຸງ​ສ້າງ, ສາທາລະນະ​ສຸກ, ວິທະຍາສາດ​ເຕັກນິກ...

ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ໄດ​້ຕີ​ລາຄາ​ສູງ​ບົດ​ບາດທີ່​ຕັ້ງ ຂອງ​ຫວຽດນາມ, ນະ​ໂຍບາຍ​ປ່ຽນ​ໃໝ່​ຂອງ​ຫວຽດນາມ ​ແລະ ບັນດາ​ຜົນ​ງານ​ສຳຄັນ​ເຊິ່ງຫວຽດນາມ ຍາດ​ມາ​ໄດ້​ໃນ​ຊຸມ​ປີຜ່ານມາ, ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ EU ​ແລະ ຫວຽດນາມ ກວ່າ​ອີກ. ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ໄດ້​ເນັ້ນ​ໜັກ​ເຖິງຄວາມ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ EU ​ແລະ ອາ​ຊຽນ, ຢືນຢັນ​ວ່າ EU ຈະມານະ​ພະຍາຍາມກໍ່​ສ້າງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້ ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ມິດຕະພາບ; ສະ​ໜັບສະ​ໜູນ​ການແກ້​ໄຂການ​ພິດ​ພາດ​ດ້ວຍ​ມາດ​ຕະການ​ສັນຕິພາບ, ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ບັນລຸ​ໄດ້​ປະມວນ​ຂໍ້ກຳນົດກ່ຽວ​ກັບ​ການ​ປະ​ພຶດຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ກ່ອນ​ໜ້າ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Barroso. ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ ​ເນັ້ນ​ໜັກ​ວ່າ ຄະນະ​ກຳມະການ​​ເອີ​ລົບ ​ໄດ້​ຖື​ເປັນ​ສຳຄັນ ​ແລະ ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນຖານະ​ເປັນ​ປະ​ເທດ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ນັບ​ມື​້ນັບ​ມີບົດ​ບາດ​ສຳຄັນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ຈະ​ປະກອບສ່ວນ​ນຳ​ການ​ພົວພັນ​ລະຫວ່າງ 2 ຝ່າຍໃຫ້ສືບ​ຕໍ່​ພັດທະນາ​ຢ່າງ​​ແຂງແຮງກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ