ທ່ານເລຂາທິການໃຫຍ່ອາຊຽນ ຢືນຢັນຄວາມຈຳເປັນຂອງພາສາອັງກິດ ໃນປະຊາຄົນອາຊຽນ

ທ່ານເລຂາທິການໃຫຍ່ອາຊຽນ ຢືນຢັນຄວາມຈຳເປັນຂອງພາສາອັງກິດ ໃນປະຊາຄົນອາຊຽນ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິນ)

(vovworld) - ກ່າວ​ຄຳ​ເຫັນ​ທີ່ “ກອງ​ປະຊຸ​ມທົ່ວ​ໂລກ​ກ່ຽວ​ກັບ​ການ​ສຶກສາ​ລຸ່ນຄົນຕໍ່ໆ​ໄປ​ຂອງ​ກຳລັງ​ແຮງ​ງານ; ​ແງ່​ຫວັງ​ຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ປ່ຽນ​ໃໝ່, ​ເຊື່ອມ​ໂຍງ ​ແລະ ພາສາ​ອັງກິດ”, ​ເຊິ່ງ​ໄດ້ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ​ບາງ​ກອກ, ປະ​ເທດ​ໄທ ​ແຕ່​ວັນ​ທີ 24 – 25/06, ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິນ ຊີ້​ແຈ້ງວ່າ, ພາສາ​ອັງກິດ ​ແມ່ນ​ເຄື່ອງມື​ທີ່​ສຳຄັນ, ຂາດ​ບໍ່​ໄດ້, ​ອະນຸຍາດໃຫ້​ພວກ​ເຮົາ​ສາມາດ​ແລກປ່ຽນ​ຂ້ໍ​ມູນ​​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ກຸ່ມ, ຊ່ວຍ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຈາກ​ບັນດາ​ຜົນ​ປະ​ໂຫຍ​ດ ​ແລະ ບັນດາ​ຄວາມ​ເອົາ​ໃຈ​ໃສ່ຕໍ່​ຄວາ​ມຫວັງ ​ແລະ ປາດ​ຖະໜາ. ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິນ ກໍ​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສຶກສາ, ວິ​ທະ​ຍາ​ສາດ, ​ເຕັກ​ໂນ​ໂລ​ຊີ, ການ​ປ່ຽນ​ໃໝ່ ​ແລະ ຍາມ​ໃດບັນດາ​ລາຍການຊາວ​ໜຸ່ມກໍ​ແມ່ນ​ວິທີ​ເພື່ອ​ຮໍ່າຮຽນ, ປະຕິບັດ ​ແລະ ຍົກ​ສູງ​ຄວາມ​ສາມາດ​ດ້ານ​ພາສາ​ອັງກິດ ຂອງ​ນັກ​ສຶກສາ​ອາ​ຊຽນ. ກອງ​ປະຊຸມ​ໂດຍ​​ແມ່ນກະຊວງ​ສຶກສາ​ໄທ ​ແລະ ສະພາ​​ອັງກິດ - ​ໄທ ສົມທົບ​ກັນ​ຈັດ​ຕັ້ງຂຶ້ນ.
ຂ່າວ/ບົດ​ອື່ນ