ທ່ານເລຂາທິການໃຫຍ່ເຮັດວຽກກັບຄະນະປະຈຳຄະນະພັກແຂວງລາຍເຈົາ

ທ່ານເລຂາທິການໃຫຍ່ເຮັດວຽກກັບຄະນະປະຈຳຄະນະພັກແຂວງລາຍເຈົາ - ảnh 1

ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ກ່າວຄວາມເຫັນທີ່ການເຮັດວຽກ

(vovworld) – ​ວັນ​ທີ27/8, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ໄດ້​ເປັນ​ເຈົ້າພາບ​​ໃນ​ການ​ເຮັດ​ວຽກ​ຂອງຄະນະ​ເລຂາ​ສູນ​ກາງ​ພັກກັບຄະນະ​ປະຈຳ​ຄະນະ​ພັກ​ແຂວງ​ລາຍ​ເຈົາກ່ຽວ​ກັບ​ສະພາບ​ການ​ພາຍຫຼັງ 2 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ລາຍ​ເຈົາ ຄັ້ງ​ທີ 12. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ: ຄະນະ​ເລຂາ​ຊົມ​ເຊີຍ​ແນວ​ຄິດ​ຊີ້​ນຳ, ຈຸດໝາຍ, ມາດ​ຕະການ​​ເຊິ່ງ​ຄະນະ​ພັດ​ແຂວງ​ລາຍ​ເຈົາ ​ໄດ້​ວາງ​ອອກ, ​ເພື່ອ​ນຳ​ແຂວງ​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ດ້ອຍ​ພັດທະນາ​ໃນ​ປີ 2015 ​ແລະ ກາຍ​ເປັນ​ແຂວງ​ມີ​ລະດັບ​ພັດທະນາ​ປານ​ກາງ​ໃນ​ເຂດ​ພູດ​ອຍທາງ​ພາກ​ເໜືອ​ໃນ​ປີ 2020. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ຫວັງ​ວ່າ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ​ບັນດາ​ເຜົ່າ​ໃນ​ແຂວງ​ຄວນ​ເສີມ​ຂະຫຍາຍ​ບັນດາ​ຜົນງານ, ບົດຮຽນ​ທີ່​ມີ​ຢູ່​ແລ້ວ​ກວ່າ​ອີກ, ​ເດັດ​ດຽວ​ໃນ​ການ​ຊີ້​ນຳ​ນຳພາ, ບໍລິຫານ, ​ເພື່ອ​ໃຫ້​ລາຍ​ເຈົາມີ​ບາດກ້າວ​ພັດທະນາ​ຢ່າງ​ແຮງ​ໃນ​ຕໍ່ໜ້າ; ສືບ​ຕໍ່​ຮັກສາ​ລະດັບ​ເຕີບ​ໂຕ​ເສດຖະກິດ; ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຂວງ​ຢ່າງ​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ:

        “ຄະນະ​ເລຂາ​ເຫັນ​ດີ​ຕໍ່​ເລື່ອງ​ລາຍ​ເຈົາ ຄວນ​ເພີ່ມ​ທະວີ​ການ​ລົງທຶນ, ມີ​ກົນ​ໄກ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ກໍ່ສ້າງ ​ແລະ ພັດທະນາ​ຢ່າງ​ແຮງ ​ແລະ ໝັ້ນຄົງ. ​ໃນ​ບັນດາ​ມາດ​ຕະການ​ສຸມ​ໃສ່​ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງມີ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ. ລາຍ​ເຈົາ ຄວນ​ພັດທະນາ​ເສດຖະກິດ​ເຂດ​ຊາຍ​ແດນ​ຢ່າງ​ແຮງ. ນອກ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ຂອງ​ປະຊາຊົນ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຢູ່​ກັບ​ທີ່, ພິ​ເສດ​ແມ່ນ​ບັນຫາ​ພະນັກງານ, ພະນັກງານ​ການ​ນຳ​ຫຼັກ​ແຫຼ່ງ, ການ​ນຳ​ຄຸ້ມ​ຄອງ…“

        ຄະນະ​ເລຂາ​ກໍ່​ສະ​ເໜີ​ໃຫ້​ລາຍ​ເຈົາ ຄວນ​ເຮັດ​ວຽກ​ງານ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ​ບັນດາ​ເຜົ່າ​ໃນ​ແຂວງ​ເປັນ​ຢ່າງ​ດີ, ຮັກ​ສາ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ.ທ່ານ​ເລຂາທິການ​ໃຫຍ່​ ​ເນັ້ນ​ໜັກ​ວ່າ ລາຍ​ເຈົາຄວນ​ເອົາ​ໃຈ​ໃສ່​ຊີ້​ນຳ​ປະຕິບັດ​ການ​ກໍ່ສ້າງ​ລະບົບ​ການ​ເມືອງ​ແຕ່​ຂັ້ນ​ແຂວງ​ລົງ​ຮອດ​ຂັ້ນ​ຕາ​ແສງ​ເປັນ​ປະຈຳ, ​ເຮັດ​ວຽກ​ງານ​ຂົນ​ຂວາ​ຍປະຊາຊົນ​ເປັນ​ຢ່າງ​ດີ​, ສືບ​ຕໍ່ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ຕິດ​ພັນ​ກັບ​ການ​ປະຕິບັດ​ຄຳ​ສັ່ງ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ​ຢ່າງ​ເຂັ້ມ​ງວດ.

 

ຂ່າວ/ບົດ​ອື່ນ