ທ່ານເລຂາທິການໃຫຍ່ເຮັດວຽກຢູ່ເມືອງໂຝອຽນ, ແຂວງທ໋າຍງວຽນ

ທ່ານເລຂາທິການໃຫຍ່ເຮັດວຽກຢູ່ເມືອງໂຝອຽນ, ແຂວງທ໋າຍງວຽນ - ảnh 1

ທ່ານເລຂາທິການໃຫຍ່ເຮັດວຽກຢູ່ເມືອງໂຝອຽນ, ແຂວງທ໋າຍງວຽນ

(vovworld) - ວັນ​ທີ 9/11, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ ​ໄດ້​ລົງ​ຢ້ຽມຢາມ ​ແລະ ເຮັດ​ວຽກ​ຢູ່​ເມືອງ​ໂຝອຽນ, ​ແຂວງ​ທ໋າຍງວຽນ. ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ຜົນງານ​ເຊິ່ງອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ເມືອງ​ຍາດ​ມາ​ໄດ້. ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ລະດັບ​ເຕີບ​ໂຕ​ສະ​ເລ່ຍບັນລຸ​ໄດ້ 20%/ປີ, ລາຍ​ຮັບ​ສະ​ເລ່ຍປີ 2013 ບັນລຸ 55 ລ້ານ​ດົ່ງ/ຄົນ. ຄາດ​ວ່າ​ປີ​ນີ້​ບັນລຸ​ໄດ້​ກວ່າ 70 ລ້ານ​ດົ່ງ/ຄົນ; ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຍັງ​ເຫຼືອ​ພຽງ 7%. ວຽກ​ງານ​ກໍ່ສ້າງ​ພັກ​ໄດ້​ຮັບ​ການ​ຍູ້​ແຮງ​ໃນ 3 ຂົງ​ເຂດ: ການ​ເມືອງ, ​ແນວ​ຄິດ, ການຈັດ​ຕັ້ງ, ປະຕິບັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ເປັນ​ຢ່າງ​ດີ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ໃຫ້​ເມືອງ​ໂຝອຽນ ​ແລະ ​ແຂວງ​ທ໋າຍງວຽນ ສືບ​ຕໍ່​ເອົາ​ໃຈ​ໃສ່, ​ເຮັດ​ວຽກ​ງານ​ວາງ​ແຜນ​ກຳນົດ ​ແລະ ຄຸ້ມ​ຄອງ​ການວາງ​ແຜນ​ກຳນົດ​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ຊຸມ​ຊົນ, ​ເຂດ​ວັດທະນະທຳ, ຄຸ້ມ​ຄອງ​ທີ່​ດິນ, ກໍ່ສ້າງ​ວິຊາ​ຊີບ,​ຮັບປະກັນ​ສິ່ງ​ແວ​ດລ້ອມ​ວັດທະນະທຳ, ສັງຄົມ​ເພື່ອ​ພັດທະນາ​ຢ່າງ​ໝັ້ນຄົງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ໄດ້​ຮຽກຮ້ອງ​ໃຫ້​ອົງຄະ​ນະ​ພັກ​ແຂວງ ​ແລະ ​ເມືອງ​ເຮັກ​ວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ​ເປັນ​ຢ່າງ​ດີ, ຖື​ວ່າ​ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ສືບ​ຕໍ່​ກໍ່ສ້າງ​ພັກ, ກໍ່ສ້າງ​ລະບົບ​ການ​ເມືອງ.

 

ຂ່າວ/ບົດ​ອື່ນ