ທ່ານເລຂາພັກນະຄອນໂຮ່ຈີມິນ ຕ້ອນຮັບປະທານລັດຖະສະພາລັດ Hessen, ເຢຍລະມັນ

(VOVWORLD) -ຕອນຄໍ່າວັນທີ 14 ພະຈິກ, ທ່ານຫງວຽນທ້ຽນເຍິນ ກໍາມະການກົມການເມືອງ, ເລຂາພັກນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Boris Rhein ປະທານລັດຖະສະພາລັດ Hessen, ເຢຍລະມັນ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ.
ທ່ານເລຂາພັກນະຄອນໂຮ່ຈີມິນ ຕ້ອນຮັບປະທານລັດຖະສະພາລັດ Hessen, ເຢຍລະມັນ - ảnh 1 ທ່ານຫງວຽນທ້ຽນເຍິນ ກໍາມະການກົມການເມືອງ, ເລຂາພັກນະຄອນໂຮ່ຈີມິນ ແລະ ທ່ານ Boris Rhein ປະທານລັດຖະສະພາລັດ Hessen, ເຢຍລະມັນ (ພາບ: TTXVN)

ທ່ານ ຫງວຽນທ້ຽນເຍິນ ຢັ້ງຢືນວ່າ ນະຄອນໂຮ່ຈີມິນ ສະແດງຄວາມນັບຖື ແລະ ຕີລາຄາສູງໝາກຜົນຂອງການຮ່ວມມືກັບ ລັດ Hessen ແລະ ປາດຖະໜາຢາກສືບຕໍ່ປັບປຸງ, ເພີ່ມທະວີການພົວພັນລະຫວ່າງສອງທ້ອງຖິ່ນ, ໂດຍສະເພາະແມ່ນໃນບັນດາຂົງເຂດການສຶກສາ ແລະ ບໍາລຸງສ້າງວິຊາອາຊີບ.

        ສ່ວນທ່ານ Boris Rhein ຢັ້ງຢືນວ່າ: ລັດ Hessen  ຍາມໃດກໍຖືນະຄອນ ໂຮ່ຈີມິນ ແມ່ນ ໜຶ່ງໃນບັນດາເພື່ອນທີ່ມີຄວາມສະໜິດສະໜົມຢູ່ຫວຽດນາມ; ພ້ອມທັງປາດຖະນາສືບຕໍ່ຍູ້ແຮງການພົວພັນລະຫວ່າງສອງທ້ອງຖິ່ນໃຫ້ຫລາຍກວ່າອີກ, ໂດຍສະເພາະແມ່ນໃນຂົງເຂດ ເຊິ່ງລັດ Hessen ມີທ່າແຮງ ແລະ ນະຄອນໂຮ່ຈີມິນ ມີຄວາມຕ້ອງການ. ລັດ Hessen ພ້ອມແລ້ວທີ່ຈະປຶກສາຫາລືກັບ ນະຄອນໂຮ່ຈີມິນ ກ່ຽວກັບແນວຄິດຢາກສ້າງຕັ້ງການພົວພັນຍຸດທະສາດລະຫວ່າງສອງທ້ອງຖິ່ນໃນຂົງເຂດບໍາລຸງສ້າງວິຊາອາຊີບ ໃຫ້ກາຍເປັນສັນຍາລັກແຫ່ງການພົວພັນຮ່ວມມືດ້ານການສຶກສາ - ບໍາລຸງສ້າງລະຫວ່າງ ເຢຍລະມັນ ແລະ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ