ທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫງວຽນຈ້ອງເຫງັຍ ຢ້ຽມຢາມ ງານຕະຫຼາດນັດ - ງານວາງສະແດງ ຫວຽດນາມ - ລາວ

(VOVWORLD) - ທີ່ງານວາງສະແດງ, ທ່ານ ຫງວຽນຈ້ອງເຫງັຍ ໄດ້ຢັ້ງຢືນອີກເທື່ອໜຶ່ງກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ
ທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫງວຽນຈ້ອງເຫງັຍ ຢ້ຽມຢາມ ງານຕະຫຼາດນັດ - ງານວາງສະແດງ ຫວຽດນາມ - ລາວ - ảnh 1ທ່ານ ຫງວຽນຈ້ອງເຫງັຍ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ລົງຢ້ຽມຢາມ ງານຕະຫຼາດນັດ - ວາງສະແດງ

ຕອນເຊົ້າວັນທີ 13 ພະຈິກ, ທ່ານ ຫງວຽນຈ້ອງເຫງັຍ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ລົງຢ້ຽມຢາມ ແລະ ຊີ້ນຳທີ່ງານຕະຫຼາດນັດ - ວາງສະແດງ ນອນໃນຂອບເຂດບັນດາເຫດການ “ວັນບຸນໄມຕີຈິດມິດຕະພາບ ພິເສດ ຫວຽດນາມ - ລາວ 2023” ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານສົມທົບກັບຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນເຫ້ວ ຈັດຕັ້ງໃນລະຫວ່າງວັນທີ 11 – 15 ພະຈິກ 2023.

        ທີ່ງານວາງສະແດງ, ທ່ານ ຫງວຽນຈ້ອງເຫງັຍ ໄດ້ຢັ້ງຢືນອີກເທື່ອໜຶ່ງກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ. ນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ ຫວຽດນາມ  - ລາວ (ວັນທີ 5 ກັນຍາ 1962), ການພົວພັນລະຫວ່າງສອງປະເທດບັນລຸໄດ້ຫຼາຍຜົນງານໃນທຸກຂົງເຂດ ແລະ ກາຍເປັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ເປັນມູນເຊື້ອແບບພິເສດ ແລະ ການຮ່ວມມືຮອບດ້ານ.

        ລາຍການ “ວັນບຸນໄມຕີຈິດມິດຕະພາບ ພິເສດ ຫວຽດນາມ - ລາວ 2023” ໄດ້ຮັບການຈັດຕັ້ງຢ່າງສົມກຽດດ້ວຍການເຂົ້າຮ່ວມຂອງຫຼາຍຄະນະ, ກະຊວງ, ຂະແໜງການສູນກາງ ແລະ ບັນດາທ້ອງຖິ່ນ ພ້ອມກັບປະຊາຊົນສອງປະເທດ.

ທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫງວຽນຈ້ອງເຫງັຍ ຢ້ຽມຢາມ ງານຕະຫຼາດນັດ - ງານວາງສະແດງ ຫວຽດນາມ - ລາວ - ảnh 2ທ່ານ ຫງວຽນຈ້ອງເຫງັບ ຖ່າຍຮູບທີ່ລະນຶກທີ່ຮ້ານວາງສະແດງຂອງລາຍການພາກພາສາລາວ

        ພາຍຫຼັງຢ້ຽມຊົມງານວາງສະແດງພາບຖ່າຍດ້ວຍຫົວຂໍ້ “ປະຫວັດສາດ 61 ປີແຫ່ງການພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ”, ທ່ານ ຫງວຽນຈ້ອງເຫງັຍ ໄດ້ໄປຢ້ຽມຢາມບັນດາຮ້ານວາງສະແດງທີ່ງານຕະຫຼາດນັດ. ເມື່ອລົງຢ້ຽມຢາມບັນດາຮ້ານວາງສະແດງສິ່ງພິມ, ສື່ສານ, ລາຍການພາກພາສາລາວຂອງບັນດາສຳນັກສື່ມວນຊົນຄື: ວິທະຍຸກະຈາຍສຽງ ຫວຽດນາມ (VOV), ໜັງສືພິມເຍີນເຢີນ, ສຳນັກຂ່າວສານ…. ທ່ານ ຫງວຽນຈ້ອງເຫງັຍ ສະແດງຄວາມເອົາໃຈໃສ່ ແລະ ເພິ່ງພໍໃຈຕໍ່ການພົວພັນຮ່ວມມືໃນຂົງເຂດສື່ມວນຊົນ ລະຫວ່າງ ຫວຽດນາມ ແລະ ລາວ ພວມນັບມື້ນັບພັດທະນາ.

ທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫງວຽນຈ້ອງເຫງັຍ ຢ້ຽມຢາມ ງານຕະຫຼາດນັດ - ງານວາງສະແດງ ຫວຽດນາມ - ລາວ - ảnh 3ທ່ານນາງ ຈູໝີບິ່ງ, ຫົວໜ້າລາຍການພາກພາສາລາວ ແນະນຳກ່ຽວກັບລາຍການຕ່າງໆຂອງ VOV5

        ພິເສດ, ເມື່ອຢ້ຽມຊົມຮ້ານວາງສະແດງຂອງລາຍການກະຈາຍສຽງພາກພາສາລາວ (VOV5) ທ່ານມີຄວາມປະທັບໃຈຕໍ່ບັນດາຜົນງານ ແລະ ການປະກອບສ່ວນອັນແທດຈິງ ແລະ ຕັ້ງໜ້າຂອງລາຍການກະຈາຍສຽງພາກພາສາລາວ, ພະແນກກະຈານສຽງພາກພາສາຕ່າງປະເທດ (VOV5) ເຂົ້າໃນວຽກງານພົວພັນຕ່າງປະເທດ. ທ່ານ ຫງວຽນຈ້ອງເຫງັຍ ເນັ້ນໜັກວ່າ: ລາຍການກະຈາຍສຽງພາກພາສາລາວຄວນມີການຮ່ວມສຳພັນກັບສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ແລະ ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອເພີ່ມທະວີການຮ່ວມມືກ່ຽວກັບຂໍ້ມູນຂ່າວສານລະຫວ່າງບັນດາໂຄງການຮ່ວມມືຂອງຄະນະຊາວໜຸ່ມສອງປະເທດ, ຊ່ວຍໃຫ້ລຸ້ນໜຸ່ມເຂົ້າໃຈແຈ້ງກ່ວາກ່ຽວກັບມູນເຊື້ອອັນດີງາມຂອງການພົວພັນສອງປະເທດ, ປະກອບສ່ວນເພີ່ມພຸນຄຸນສ້າງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ