ທ່ານເລຮົ່ງແອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ຕ້ອນຮັບ ຄະນະຜູ້ແທນສະມາຄົມແມ່ຍິງກຳປູເຈຍ

ທ່ານເລຮົ່ງແອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ຕ້ອນຮັບ ຄະນະຜູ້ແທນສະມາຄົມແມ່ຍິງກຳປູເຈຍ - ảnh 1
(ທ່ານ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລ​ຂາສູນ​ກາງ​ພັກ
ຕ້ອນຮັບ​ທ່ານ​ນາງ Men Xom On, ຮອງນາຍົກ​ລັດຖະມົນຕີກຳປູ​ເຈຍ)


(vovworld) –  ​ຕອນ​ເຊົ້າ​ວັນ​ທີ 18/06, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລ​ຂາສູນ​ກາງ​ພັກ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສູນ​ກາງ​ສະມາຄົມ​​ແມ່ຍິງ​ກຳປູ​ເຈຍ ​ເພື່ອ​ສັນຕິພາບ ​ແລະ ພັດທະນາ ​ໂດຍ​ທ່ານ​ນາງ Men Xom On, ຮອງນາຍົກ​ລັດຖະມົນຕີກຳປູ​ເຈຍ, ປະທານ​ສະມາຄົມ​ແມ່ຍິງ​ກຳປູ​ເຈຍ ​​ເພື່ອສັນຕິພາບ ​ແລະ ພັດທະນາ, ປະທານ​ສະມາຄົມ​ມິດຕະພາບ​ກຳປູ​ເຈຍ - ຫວຽດນາມ ນຳ​ໜ້າ ພວມ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ເລ​ຮົ່ງ​ແອ​ງ ​ໄດ້ຍ້ອງຍໍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ລະຫວ່າງ​ສະມາຄົມ​ແມ່ຍິງ​ 2 ປະ​ເທດ ນັບ​​ທັງ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ທ່ານ​ເລ​ຮົ່ງ​ແອ​ງ ກໍ່​ສະ​ໜັບສະ​ໜູນ 2 ສະມາຄົມ ​ເພີ່ມ​ທະວີ​ການ​ຮ່ວມມື​ທຸກ​ດ້ານ ນັບ​ທັງ​ການ​ພົວພັນ 2 ຝ່າຍ ​ແລະ ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ໂຄສະນາ, ສຶກສາ​ແມ່ຍິງ 2 ປະ​ເທດ​ໂດຍ​ສະ​ເພາະ​ແມ່ນ​ແມ່ຍິງ​ໜຸ່ມ… ​ເພີ​່ມທະວີ​ກາ​ນພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ