ທ່ານ​ເລ​ຮວ່າຍ​ຈຸງ ຫົວ​ໜ້າ​ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບ​ຣາ​ຊິນ

(VOVWORLD) - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຣາຊິນ Mauro Vieira ໃຫ້ຮູ້ວ່າ ບຣາຊິນ ຕີລາຄາສູງຜົນສຳເລັດໃນການປ່ຽນແປງໃໝ່, ທີ່ຕັ້ງ, ຖານະບົດບາດຂອງ ຫວຽດນາມ.
ທ່ານ​ເລ​ຮວ່າຍ​ຈຸງ ຫົວ​ໜ້າ​ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບ​ຣາ​ຊິນ - ảnh 1ທ່ານ ເລຮວ່າຍຈຸງ ຫົວໜ້າພະແນກພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຣາຊິນ Mauro Vieira (ພາບ: TTXVN)

ຕອນບ່າຍວັນທີ 10 ເມສາ, ຢູ່ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ ຫົວໜ້າພະແນກພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຣາຊິນ Mauro Vieira ທີ່ພວມມີການຢ້ຽມຢາມ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ເລຮວ່າຍຈຸງ ໄດ້ແລກປ່ຽນກ່ຽວກັບນະໂຍບາຍ, ບັນດາຜົນສຳເລັດໃນວິວັດການປ່ຽນແປງໃໝ່ ແລະ ການເຄື່ອນໄຫວທາງການຕ່າງປະເທດ ຂອງ ຫວຽດນາມ, ທ່ານສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ ແລະ ໃນ 3 ຊ່ອງທາງການພົວພັນຕ່າງປະເທດຂອງພັກ, ການທູດຂອງ ລັດ ແລະ ການທູດປະຊາຊົນ, ເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສສາກົນ ເພື່ອຜົນປະໂຫຍດຂອງສອງປະເທດ ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາໃນພາກພື້ນ ແລະ ໃນໂລກ. ທ່ານ ເລຮວ່າຍຈຸງ ຫົວໜ້າພະແນກພົວພັນຕ່າງປະທູດສູນກາງ ຢັ້ງຢືນວ່າ ພັກກອມມູນິດ ຫວຽດນາມ ປາດຖະໜາຢາກສືບຕໍ່ພັດທະນາການພົວພັນກັບບັນດາພັກການເມືອງຢູ່ ບຣາຊິນ, ໃນນັ້ນມີພັກແຮງງານ ບຣາຊິນ ກຳອຳນາດ ແລະ ພັກກອມມູນິດ ບຣາຊິນ.

ສ່ວນ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຣາຊິນ Mauro Vieira ໃຫ້ຮູ້ວ່າ ບຣາຊິນ ຕີລາຄາສູງຜົນສຳເລັດໃນການປ່ຽນແປງໃໝ່, ທີ່ຕັ້ງ, ຖານະບົດບາດຂອງ ຫວຽດນາມ, ທ່ານເຫັນດີເປັນເອກະພາບກ່ຽວກັບບັນດາທິດທາງ, ມາດຕະການເພີ່ມທະວີການຮ່ວມມື, ສົມທົບກັນໃນບັນດາເວທີປາໄສສາກົນ, ພ້ອມກັນນັ້ນ ສອງຝ່າຍກໍ່ສືບຕໍ່ເສີມຂະຫຍາຍບົດບາດຂອງການພົວພັນຊ່ອງທາງພັກ ແລະ ການທູດປະຊາຊົນໃນການຊຸກຍູ້ການພົວພັນສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ