ທ່ານ​ເວືອງ​ດິ່ງ​ເຫວ້ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ

(VOVWORLD) -       ບັນດາສະມາຊິກສະພາແຫ່ງຊາດທີ່ມີໜ້າໃນວາລະປະຊຸມເມື່ອຕອນເຊົ້າວັນທີ 31 ມີນາ ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ XIV ໄດ້ເຫັນດີເລືອກຕັ້ງທ່ານ ເວືອງດິ່ງເຫວ້, ເລຂາຄະນະພັກນະຄອນ ຮ່າໂນ້ຍ ເປັນປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ແທນໃຫ້ ທ່ານນາງ ຫງວຽນທິກິມເງິນ ທີ່ສະພາແຫ່ງຊາດໄດ້ໃຫ້ພົ້ນຕຳແໜ່ງໃນຕອນບ່າຍວັນທີ 30 ມີນາ.
ທ່ານ​ເວືອງ​ດິ່ງ​ເຫວ້ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ - ảnh 1 ທ່ານ ເວືອງດິ່ງເຫວ້ ສາບານຕົວເຂົ້າຮັບດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: baochinhphu.vn)

  ກ່າວຄຳເຫັນພາຍຫຼັງພິທີສາບານຕົວເຂົ້າຮັບດຳລົງຕຳແໜ່ງ, ທ່ານ ເວືອງດິ່ງເຫວ້ ຢັ້ງຢືນວ່າ:

        “ໃນຖານະເປັນປະທານສະພາແຫ່ງຊາດ, ຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບສະມາຊິກທັງໝົດໃນຄະນະປະຈຳສະພາແຫ່ງຊາດ, ບັນດາອົງການຈັດຕັ້ງຂອງສະພາແຫ່ງຊາດ, ບັນດາອົງການຂອງຄະນະປະຈຳສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ ສືບທອດ, ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຜົນງານອັນໃຫຍ່ຫຼວງຂອງສະພາແຫ່ງຊາດຜ່ານແຕ່ລະໄລຍະ, ສືບຕໍ່ປ່ຽນແປງໃໝ່ແບບວິທີ, ຍົກສູງຄຸນນະພາບ, ປະສິດທິຜົນຂອງການເຄື່ອນໄຫວຂອງສະພາແຫ່ງຊາດ ເພື່ອເປົ້າໝາຍອັນສູງສົ່ງ ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ.”

        ກໍໃນຕອນເຊົ້າວັນທີ 31 ມີນາ, ຄະນະປະຈຳສະພາແຫ່ງຊາດ ໄດ້ຍື່ນສະເໜີສະພາແຫ່ງຊາດໃຫ້ພົ້ນຕຳແໜ່ງຮອງປະທານສະພາແຫ່ງຊາດບາງທ່ານ ແລະ ຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດ ຈະໃຫ້ພົ້ນຕຳແໜ່ງຮອງປະທານສະພາແຫ່ງຊາດບາງທ່ານ ດ້ວຍຮູບການປ່ອນບັດລັບ. 

ຕອບກັບ

ຂ່າວ/ບົດ​ອື່ນ