ທ່ານເອກອັກຄະລັດຖະທູດ ກຸຍບາ: ເລື່ອງ ຫວຽດນາມ ເຂົ້າເປັນສະມາຊິກສະພາສິດທິມະນຸດ ສປຊ ມີຄວາມໝາຍສຳຄັນ

(VOVWORLD) -ກຸຍບາ ສະໜັບສະໜູນເລື່ອງ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025 ຢ່າງສຸດຂີດ.
ທ່ານເອກອັກຄະລັດຖະທູດ ກຸຍບາ: ເລື່ອງ ຫວຽດນາມ ເຂົ້າເປັນສະມາຊິກສະພາສິດທິມະນຸດ ສປຊ ມີຄວາມໝາຍສຳຄັນ - ảnh 1ທ່ານເອກອັກຄະລັດຖະທູດ ກຸຍບາ ປະຈຳ ຫວຽດນາມ Orlando Nicolás Hernández Guillén
(ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດບຸນເຕັດປີແມວ 2023, ຕີລາຄາບັນດາຜົນງານຂອງ ຫວຽດນາມ ໃນປີ 2022, ທ່ານເອກອັກຄະລັດຖະທູດ ກຸຍບາ ປະຈຳ ຫວຽດນາມ Orlando Nicolás Hernández Guillén ຢືນຢັນວ່າ, ກຸຍບາ ສະໜັບສະໜູນເລື່ອງ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025 ຢ່າງສຸດຂີດ. ຕາມທ່ານເອກອັກຄະລັດຖະທູດ ກຸຍບາ ແລ້ວ, ຫວຽດນາມ ຕາງໜ້າໃຫ້ການຕໍ່ສູ້ຍາດເອົາສິດທິມະນຸດໃຫ້ແກ່ປະຊາຊົນຂອງຕົນ. ບັນລຸໄດ້ສິ່ງດັ່ງກ່າວແມ່ນຍ້ອນປະຫວັດສາດການຕໍ່ສູ້, ການສະເສຍສະຫຼະຊີວິດ, ໄຊຊະນະ, ຍາດເອົາເອກະລາດຂອງຊາດ ແລະ ການພັດທະນາປະເທດຊາດ, ກໍ່ຄືຄວາມມານະພະຍາຍາມຂອງ ຫວຽດນາມ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ ແລະ ການຕໍ່ສູ້ເພື່ອສັນຕິພາບ. ທ່ານຕີລາຄາສູງບັນດາຄວາມກ້າວໜ້າໃນສັງຄົມເຊິ່ງ ຫວຽດນາມ ບັນລຸໄດ້ ດ້ວຍບັນດາຜົນງານພົ້ນເດັ່ນໃນຂົງເຂດສາທາລະນະສຸກ ແລະ ການສຶກສາ. ນັກການທູດ ກຸຍບາ ໄດ້ຄັດສະເໜີບັນດາຜົນງານທີ່ພົ້ນເດັ່ນຂອງ ຫວຽດນາມ ໃນວິວັດການຟື້ນຟູ ແລະ ພັດທະນາເສດຖະກິດຫຼັງໂລກລະບາດ, ລວມທັງການເຕີບໂຕ GDP ບັນລຸ 8% ໃນປີ 2022, ລະດັບສູງທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ