ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດິງງອກ​ລິງ ເນັ້ນ​ໜັກ​ເຖິງ​ຄວ​າມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ມາ​ເລ​ເຊຍ

(VOVWORLD) - ຫວຽດນາມ ແລະ ມາເລເຊຍ ໃຫ້ຄຳໝັ້ນສັນຍາປະຕິບັດແຜນການເຄື່ອນໄຫວ (POA) ເພື່ອແນໃສ່ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ໄລຍະ 2021 – 2025 ຢ່າງມີປະສິດທິຜົນ. 
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດິງງອກ​ລິງ ເນັ້ນ​ໜັກ​ເຖິງ​ຄວ​າມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ມາ​ເລ​ເຊຍ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ດິງງອກລິງ ຕອບສຳພາດຕໍ່ນັກຂ່າວ Bernama (ພາບ: TTXVN)

ວັນທີ 15 ມັງກອນ, ສຳນັກຂ່າວສານແຫ່ງຊາດ ມາເລເຊຍ (Bernama) ໄດ້ລົງບົດສຳພາດທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ດິງງອກລິງ ດ້ວຍຫົວຂໍ້ “ຫວຽດນາມ - ມາເລເຊຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ”, ໃນນັ້ນ ຢັ້ງຢືນສາຍພົວພັນຮ່ວມມືລະຫວ່າງສອງປະເທດທີ່ພວມມຸ່ງໄປເຖິງການຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ພ້ອມທັງຍົກໃຫ້ເຫັນຄວາມສຳຄັນຂອງຂີດໝາຍ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ມາເລເຊຍ (31/03/1973 – 31/03/2023) ທີ່ພົ້ນເດັ່ນ. ກ່ຽວກັບດ້ານການເມືອງ, ທ່ານເອກອັກຄະລັດຖະທູດ ດິງງອກລິງ ຊີ້ແຈ້ງວ່າ ຫວຽດນາມ ແລະ ມາເລເຊຍ ໃຫ້ຄຳໝັ້ນສັນຍາປະຕິບັດແຜນການເຄື່ອນໄຫວ (POA) ເພື່ອແນໃສ່ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ໄລຍະ 2021 – 2025 ຢ່າງມີປະສິດທິຜົນ. ກ່ຽວກັບດ້ານເສດຖະກິດ, ທ່ານເອກອັກຄະລັດຖະທູດ ດິງງອກລິງ ໃຫ້ຮູ້ວ່າ ທັງສອງປະເທດລ້ວນແຕ່ຖືຂະແໜງອຸດສາຫະກຳ Halal ຄືດັ່ງທິດທາງການຮ່ວມມືທີ່ເຕັມໄປດ້ວຍຄວາມໝັ້ນໝາຍ.

ກ່ຽວກັບດ້ານຄວາມໝັ້ນຄົງໃນການເດີນເຮືອ, ທ່ານເອກອັກຄະລັດຖະທູດ ດິງງອກລິງ ຖືວ່າ ທັງສອງປະເທດຕ້ອງເພີ່ມທະວີການຮ່ວມມືເພື່ອຮັກສາສັນຕິພາບ, ຄວາມສະຫງົບ, ປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ