ທ່ານ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄປ​ຢ້ຽມ​ຢາມ ​ຊູ​ດັງ​ໃຕ້

(VOVWORLD) -ນີ້ແມ່ນການຢ້ຽມຢາມຄັ້ງທຳອິດ ຂອງຄະນະກຳມະການໄປຍັງ ຊູດັງໃຕ້ ນັບແຕ່ປີ 2018, ພ້ອມທັງແມ່ນການຢ້ຽມຢາມຄັ້ງທຳອິດຂອງ ຄະນະກຳມະການນັບແຕ່ເວລາ ລັດຖະບານປ່ຽນຜ່ານຢູ່ ຊູດັງໃຕ້ ໄດ້ຮັບການສ້າງຂຶ້ນເມື່ອເດືອນກຸມພາປີ 2020.



ທ່ານ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄປ​ຢ້ຽມ​ຢາມ ​ຊູ​ດັງ​ໃຕ້ - ảnh 1ຄະນະປະຕິບັດງານຂອງສະພາຄວາມໝັ້ນຄົງ ສປຊ ຢ້ຽມຢາມ ທ່ານປະທານາທິບໍດີ ຊູດັງໃຕ້ (ພາບ: VOV)

ນັບແຕ່ວັນທີ 16 – 20 ພະຈິກ, ໃນຖານະແມ່ນປະທານຄະນະກຳມະການປະຈຳ ສະພາຄວາມໝັ້ນຄົງ ສປຊ ທີ່ກ່ຽວຂ້ອງເຖິງ ຊູດັງໃຕ້ (ຄະນະກຳມະການ 2206). ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ນຳໜ້າຄະນະປະຕິບັດງານຂອງ ຄະນະກຳມະການໄດ້ໄປຢ້ຽມຢາມຊູດັງໃຕ້. ການຢ້ຽມຢາມ ໄດ້ຈັດຕັ້ງດ້ວຍເປົ້າໝາຍ ຜັນຂະຫຍາຍມະຕິເລກທີ 2577 (2021) ຂອງ ສະພາຄວາມໝັັ້ນຄົງ ສປຊ, ໃນນັ້ນໄດ້ສົ່ງເສີມທ່ານປະທານຄະນະກຳມະການ 2206 ດຳເນີນການຢ້ຽມຢາມພຶດຕິກຳຕົງຈິງ ຢູ່ ຊູດັງໃຕ້ ເພື່ອຕິດຕາມການຜັນຂະຫຍາຍບັນດາມາດຕະການຂອງ ບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ທີ່ກ່ຽວຂ້ອງເຖິງ ຊູດັງໃຕ້ ແລະ ວິວັດການສ້າງສັນຕິພາບ ຢູ່ ປະເທດນີ້.

ນີ້ແມ່ນການຢ້ຽມຢາມຄັ້ງທຳອິດ ຂອງຄະນະກຳມະການໄປຍັງ ຊູດັງໃຕ້ ນັບແຕ່ປີ 2018, ພ້ອມທັງແມ່ນການຢ້ຽມຢາມຄັ້ງທຳອິດຂອງ ຄະນະກຳມະການນັບແຕ່ເວລາ ລັດຖະບານປ່ຽນຜ່ານຢູ່ ຊູດັງໃຕ້ ໄດ້ຮັບການສ້າງຂຶ້ນເມື່ອເດືອນກຸມພາປີ 2020.

ທີ່ການເຮັດວຽກກັບການນຳລັດຖະບານ ຊູດັງໃຕ້ ແລະ ບັນດາອົງການ ສປຊ ປະຈຳ ຊູດັງໃຕ້, ຕາງໜ້າສະຫະພາບ ອາຟຼິກາ (AU), ທຸຕານຸທູດ, ຜູ້ທີ່ມີຍົດສັກຕຳແໜ່ງທາງສາສະໜາ ແລະ ຜູ້ຕາງໜ້າບາງອົງການບໍ່ຂຶ້ນກັບລັດຖະບານ ຢູ່ ຊູດັງໃຕ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມກ້າວໜ້າ ຢູ່ ຊູດັງໃຕ້ ນັບແຕ່ເວລາລັດຖະບານປ່ຽນຜ່ານໄດ້ຮັບການສ້າງຕັ້ງມາຮອດປັດຈຸບັນ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍ່ພົບປະ ແລະ ຮັບຟັງບົດລາຍງານກ່ຽວກັບສະພາບການເຄື່ອນໄຫວຂອງ ນາຍທະຫານ ຫວຽດນາມ ທີ່ພວມປະຕິບັດງານ ຢູ່ຄະນະປະຕິບັດການຮັກສາສັນຕິພາບ ຂອງ ສປຊ ປະຈຳ ຊູດັງໃຕ້ (UNMISS). ທ່ານເອກອັກຄະລັດຖະທູດ ຕີລາຄາສູງຄວາມມານະພະຍາຍາມປະຕິບັດໜ້າທີ່ຂອງ ບັນດາພະນັກງານ ຫວຽດນາມ, ໃນນັ້ນມີບັນດາແພດໝໍ, ທ່ານໝໍ ທີ່ເຮັດວຽກຢູ່ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຢູ່ Bentiu.

 

ຕອບກັບ

ຂ່າວ/ບົດ​ອື່ນ