ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຢ​ວານ​ແຄັ້ງ​ເຕິມ: ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ມົງ​ໂກນ Ukhnaagiin Khurelsukh ມີ​ຄວາມໝາຍ​ສຳ​ຄັນ​ພິ​ເສດ

(VOVWORLD) - ຫວຽດນາມ ແລະ ມົງໂກນ ມີຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຫຼາຍຢ່າງ ເພື່ອຊຸກຍູ້ການຮ່ວມມືໃຫ້ຫຼາຍກ່ວາອີກໃນຫຼາຍຂົງເຂດຄື: ກະສິກຳ, ການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ…
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຢ​ວານ​ແຄັ້ງ​ເຕິມ: ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ມົງ​ໂກນ Ukhnaagiin Khurelsukh ມີ​ຄວາມໝາຍ​ສຳ​ຄັນ​ພິ​ເສດ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມົງໂກນ ຢວານແຄັ້ງເຕິມ (ພາບ: NVCC)

ເນື່ອງໃນໂອກາດທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 1 – 5 ພະຈິກ, ກ່ອນການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1953 - 2023), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມົງໂກນ ຢວານແຄັ້ງເຕິມ, ຖືວ່າ ການຢ້ຽມຢາມມີຄວາມໝາຍສຳຄັນພິເສດ ບໍ່ພຽງແຕ່ໃນຂົງເຂດການຮ່ວມມື ສອງຝ່າຍເທົ່ານັ້ນ ຫາກຍັງເປີດຄວາມສາມາດໃນການພັດທະນາຢ່າງກວ້າງຂວາງໃນພາກພື້ນ ແລະ ສາກົນອີກດ້ວຍ.

ຕາມທ່ານເອກອັກຄະລັດຖະທູດ ຢວານແຄັ້ງເຕິມ ແລ້ວ, ບັນດາຂໍ້ຕົກລົງລະດັບສູງກ່ຽວກັບທິດທາງການຮ່ວມມືລະຫວ່າງສອງປະເທດ ໃນການຢ້ຽມຢາມຄັ້ງນີ້ ຈະສ້າງພື້ນຖານດ້ານນິຕິກຳທີ່ສຳຄັນ ຊ່ວຍໃຫ້ສອງປະເທດ ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດ ເຊິ່ງ ອາດຈະເປັນທ່າແຮງຂອງສອງປະເທດ ຄື: ກະສິກຳ, ຂຸດຄົ້ນບໍ່ແຮ່, ການທ່ອງທ່ຽວ… ທ່ານເອກອັກຄະລັດຖະທູດ ຢວານແຄັ້ງເຕິມ ກໍ່ເນັ້ນໜັກວ່າ: ຫວຽດນາມ ແລະ ມົງໂກນ ມີຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຫຼາຍຢ່າງ ເພື່ອຊຸກຍູ້ການຮ່ວມມືໃຫ້ຫຼາຍກ່ວາອີກໃນຫຼາຍຂົງເຂດຄື: ກະສິກຳ, ການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ… ທ່ານເອກອັກຄະລັດຖະທູດ ຢວານແຄັງເຕິມ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການພົວພັນ ຫວຽດນາມ - ມົງໂກນ ດ້ວຍການພົວພັນມາເປັນເວລາ 70 ປີ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາດ້ວຍ ໝາກຜົນທີ່ດີງາມຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ