ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ກວັກ​ຢຸງ ພົບ​ປະ​ກັບ​ການ​ນຳ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ

(VOVWORLD) -ວັນທີ 23 ມີນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ໄດ້ມີການພົບປະກັບທ່ານນາງ Wendy Sherman ຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາຜູ້ທີໜຶ່ງ ຢູ່ສຳນັກງານກະຊວງການຕ່າງປະເທດ ອາເມລິກາ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ກວັກ​ຢຸງ ພົບ​ປະ​ກັບ​ການ​ນຳ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ພົບປະກັບທ່ານນາງ Wendy Sherman ຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ (ພາບເ VOV)

ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ອາເມລິກາ ທີ່ໄດ້ໜູນຊ່ວຍວັກຊິນ ເພື່ອໃຫ້ຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19, ພ້ອມທັງປາດຖະໜາຢາກໃຫ້ ອາເມລິກາ ຈະສືບຕໍ່ໜູນຊ່ວຍການຢາ, ອຸປະກອນການແພດ, ພິເສດແມ່ນວັກຊິນທີ່ສັກໃຫ້ເດັກນ້ອຍ, ເພື່ອໃຫ້ຫວຽດນາມ ມຸ່ງໄປເຖິງການຄວບຄຸມໂລກລະບາດໂຄວິດ - 19 ໄດ້ຢ່າງສົມບູນ.

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບູລິມະສິດໃນປີ 2022 ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ລະຫ່ວາງ ຫວຽດນາມ - ອາເມລິກາ ໃຫ້ຫຼາຍກ່ວາອີກ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການແລກປ່ຽນຄະນະຜູ້ແທນທຸກຂັ້ນ. ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ Sherman ໄດ້ຕີລາຄາສູງຄວາມເປັນເຈົ້າການ, ຕັ້ງໜ້າ ຂອງຫວຽດນາມ ໃນອາຊຽນ, ທ່ານນາງກໍ່ສະແດງຄວາມປາດຖະໜາກຢາກຍົກລະດັບການພົວພັນອາຊຽນ - ອາເມລິກາ ຂຶ້ນສູ່ລະດັບສູງໃໝ່. ສອງຝ່າຍກໍ່ແລກປ່ຽນກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ