ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ເຈິ່ນ​ດຶກ​ບິ່ງ ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ຢ່າງ​ເປັນ​ທາງ​ການ

(VOVWORLD) - ວັນທີ 15 ກຸມພາ, ທ່ານຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບວຽກງານ ປະຊາຄົມ ແລະ ວຽກງານ ພາຍໃນ ເຈິ່ນດຶກບິ່ງ ພ້ອມດ້ວຍທ່ານຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບ ປະຊາຄົມ ການເມືອງ  - ຄວາມໝັ້ນຄົງ Robert Matheus Michael Tene ໄດ້ຮັບດຳລົງຕຳແໜ່ງຢ່າງເປັນທາງການ.
ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ເຈິ່ນ​ດຶກ​ບິ່ງ ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຮັບດຳລົງຕຳແໜ່ງເປັນຮອງເລຂາທິການໃຫຍ່ ອາຊຽນ ຢ່າງເປັນທາງການ (ພາບ: ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ)

ໃນແຈ້ງການສື່ມວນຊົນສະບັບໜຶ່ງ, ຄະນະເລຂາ ອາຊຽນ ໃຫ້ຮູ້ວ່າ, ພາຍຫຼັງພິທີສາບານຕົວຮັບດຳລົງຕຳແໜ່ງ ໂດຍທ່ານລາຂາທິການໃຫຍ່ ອາຊຽນ Dato Lim Jock Hoi ເປັນປະທານ, ຮອງເລຂາທິການໃຫຍ່ ອາຊຽນຄົນໃໝ່ 2 ຄົນ ຄືທ່ານ ເຈິ່ນດຶກບິ່ງ ແລະ ທ່ານ Robert Matheus Michael Tene ຈະດຳລົງຕຳແໜ່ງໃນອາຍຸການ 3 ປີ ແຕ່ປີ 2021 ຫາປີ 2024.

        ສຳລັບທ່ານຮອງເລຂາທິການໃຫຍ່ ອາຊຽນ ເຈິ່ນດຶກບິ່ງ ຈະຮັບຜິດຊອບການປະຕິບັດວຽກງານຄຸ້ມຄອງພາຍໃນ, ບຸກຄະລາກອນ, ການເງິນ ແລະ ງົບປະມານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ວຽກງານພິທີການ, ຄຸ້ມຄອງວຽກງານຖະແຫຼງຂ່າວສື່ສານ, ການປະຊາສຳພັນ, ນິຕິກຳ, ຄຸ້ມຄອງບັນດາໂຄງການ ແລະ ບັນດາລາຍການຮ່ວມມືກັບຄູ່ຮ່ວມມືຂອງ ອາຊຽນ… ເປັນອັນວ່າ, ໃນໄລຍະ 11 ປີຢ່າງລຽນຕິດ (ແຕ່ເດືອນ ມັງກອນ ປີ 2013 ຫາ ເດືອນ ກຸມພາ ປີ 2024), ຫວຽດນາມ ລ້ວນແຕ່ມີຜູ້ຕາງໜ້າໃນຄະນະການນຳ ແລະ ບໍລິຫານຂອງຄະນະເລຂາ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ