ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ເທດ​ຕ່າງໆ​ປະ​ຈຳ ຫວຽດ​ນາມ ເຄົາ​ລົບ​ບັນ​ດາ​ການ​ປະ​ກອບ​ສວ່ນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ​ເຂົ້າ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) - ທ່ານ Marrc Knapper, ເອກະອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຢືນຢັນວ່າ ຫວຽດນາມ ແລະ ອາເມລິກາ ໄດ້ສູນເສຍການນຳທ່ານໜຶ່ງທີ່ມີວິໄສທັດ, ຜູ້ເປັນຂົວຕໍ່ລະຫວ່າງ ຫວຽດນາມ-ສະຫະລັດ ອາເມລິກາ ກໍ່ຄືປະຊາຄົມໂລກ ໃນຕະຫຼອດຫຼາຍທົດສະວັດ.
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ເທດ​ຕ່າງໆ​ປະ​ຈຳ ຫວຽດ​ນາມ ເຄົາ​ລົບ​ບັນ​ດາ​ການ​ປະ​ກອບ​ສວ່ນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ​ເຂົ້າ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ - ảnh 1

(ພາບ: VOV)

   ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ເຖິງແກ່ມໍລະນະກຳໃນວັນທີ 19 ກໍລະກົດ ໄດ້ສ້າງຄວາມເສົາສະຫຼົດໃຈສຳລັບເພື່ອນມິດສາກົນ, ໃນນັນມີ ຈີນ. ທ່ານເອກອັກຄະລັດຖະທູດ ຊຸງຮົວ ຖືວ່າ ໂດຍພາຍໃຕ້ການຊີ້ນຳຂອງສູນກາງພັກ ນຳໜ້າແມ່ນ ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໃນວຽກງານການຕ່າງປະເທດຂອງ ຫວຽດນາມ ຍາດໄດ້ຜົນງານທີ່ສຳຄັນ ດ້ວຍບຸລິມະສິດພັດທະນາການພົວພັນກັບບັນດາປະເທດບ້ານໄກ້ເຮືອນຄຽງ, ປະເທດໃຫ່ຍ ແລະ ປະເທດເປັນຄູ່ຮ່ວມມືມິດຕະພາບທີ່ເປັນມູນເຊື້ອ. ຕາມທ່ານແລ້ວ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ມີຂີດໝາຍສຳຄັນໃນການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ-ຈີນ.

ສ່ວນທ່ານ Marrc Knapper, ເອກະອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຢືນຢັນວ່າ ຫວຽດນາມ ແລະ ອາເມລິກາ ໄດ້ສູນເສຍການນຳທ່ານໜຶ່ງທີ່ມີວິໄສທັດ, ຜູ້ເປັນຂົວຕໍ່ລະຫວ່າງ ຫວຽດນາມ-ສະຫະລັດ ອາເມລິກາ ກໍ່ຄືປະຊາຄົມໂລກ ໃນຕະຫຼອດຫຼາຍທົດສະວັດ. ອາເມລິກາ ຈະຮູ້ບຸນຄຸນການນຳພາຂອງ ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຕະຫຼອດໄປ. ອາເມລິກາ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ລໍຄອຍການຮ່ວມມືຢ່າງແໜ້ນແຝ້ນກັບບັນດາການນຳພັກ, ລັດ ແລະ ສະພາແຫ່ງຊາດ ຫວຽດນາມ ໃນໄລຍະຈະມາເຖິງ..

ຕອບກັບ

ຂ່າວ/ບົດ​ອື່ນ