ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າ​ຢ້ຽມ​​ຂ່ຳນັບລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 14 ມັງກອນ 2021 ທີ່ ກະຊວງແຜນການ ແລະ ການລົງທຶນຫວຽດນາມນະຄອນຫຼວງຮ່າໂນ້ຍ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ  ສະຫາຍ ຫງວຽນ ຈີ່ ຢູ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດມາດຳລົງຕໍາແໜ່ງເປັນເອກະອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສສ ຫວຽດນາມ.

ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າ​ຢ້ຽມ​​ຂ່ຳນັບລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ - ảnh 1ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ (ພາບ: ໂອລຳ)

ສະຫາຍ ຫງວຽນ ຈີ່ ຢູ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ ພ້ອມທັງເຊື່ອໝັ້ນວ່າ ສະຫາຍຈະປະສົບຜົນສຳເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ .ໃນການເປັນຂົວຕໍ່ໃຫ້ແກ່ການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ,  ສອງລັດ ແລະ ປະຊາຊົນຂອງສອງປະເທດຫວຽດນາມ - ລາວ, ລາວ - ຫວຽດນາມ, ໂດຍສະເພາະແມ່ນລະຫວ່າງສອງກະຊວງແຜນການ ແລະ ການລົງທຶນຫວຽດນາມ-ລາວ ພ້ອມທັງອວຍພອນໃຫ້ ສປປ ລາວ ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວປະສົບຜົນສຳເລັດຢ່າງຈົບງາມ.

ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ເລິກເຊິ່ງທີ່ກະຊວງແຜນການ ແລະ ການລົງທຶນ ຍາດມາໄດ້ໃນໄລຍະຜ່ານມາ. ໂດຍສະເພາະແມ່ນໃນປີ 2020, ເຖິງແມ່ນວ່າຖືກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແຕ່ພັກ ແລະ ລັດຖະບານຫວຽດນາມ ກໍໄດ້ນຳພາປະຊາຊົນຫວຽດນາມຜ່ານຜ່າທຸກຄວາມຫຍຸ້ງຍາກນາໆປະການ, ຊີວິດການເປັນຢູ່ມີຄວາມສະຫງົບ, ເສດຖະກິດຫວຽດ ນາມ ສືບຕໍ່ພັດທະນາຢ່າງໝັ້ນທ່ຽງ, ສາມາດຮັກສາຈັງຫວະຂະຫຍາຍຕົວເປັນບວກໃນຂະນະທີ່ຫຼາຍປະເທດໃນໂລກລ້ວນແຕ່ມີຕົວເລກຂະຫຍາຍຕົວເປັນລົບ. ສະເພາະປີ 2020 ຜ່ານມາ, ຫວຽດນາມ ໄດ້ດຳເນີນການຈັດຕັ້ງກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆດ້ວຍຄວາມຮັບຜິດຊອບສູງ ເພື່ອກ້າວໄປເຖິງການຈັດກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ທີ່ຈະໄຂຂຶ້ນໃນທ້າຍເດືອນມັງກອນ 2021 ນີ້, ສຳເລັດໜ້າທີ່ການເປັນປະທານອາຊຽນດ້ວຍຜົນສຳເລັດອັບຈົບງາມ, ປະຕິບັດໜ້າທີ່ການເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ເປັນຢ່າງດີ, ປະກອບສ່ວນຍົກສູງບົດບາດອິດທິພົນຂອງຫວຽດນາມ ໃນເວທີສາກົນ ແລະ ພາກພື້ນ.

ພ້ອມດຽວກັນນັ້ນ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຢືນຢັນວ່າ ຈະພະຍາຍາມສຸດຄວາມສາມາດຂອງຕົນ ເພື່ອຜັນຄະຫຍາຍຜົນຂອງກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ປະຈຳປີ 2021, ຈະປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ,  ສອງລັດ ແລະ ປະຊາຊົນຂອງສອງປະເທດລາວ - ຫວຽດນາມ, ຫວຽດນາມ - ລາວ ໃຫ້ນັບມື້ຈະເລີນງອກງາມຕະຫຼອດໄປ ແລະ ກໍໄດ້ອວຍພອນໃຫ້ຫວຽດນາມ ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ