ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຈີນຕອບສຳພາດກ່ອນການຢ້ຽມຢາມທາງລັດຖະກິດຈີນຂອງທ່ານປະທານປະເທດເຈີນດ້າຍກວາງ

(VOVWORLD)-ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ສີຈິ້ນຜິງ ແລະ ພັນລະຍາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດ ຈີນ ແລະ ເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມື “ອ້ອມຮອບ, ເສັ້ນທາງ” ແຕ່ວັນທີ 11-15 ພຶດສະພາ. 
ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຈີນຕອບສຳພາດກ່ອນການຢ້ຽມຢາມທາງລັດຖະກິດຈີນຂອງທ່ານປະທານປະເທດເຈີນດ້າຍກວາງ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຈີນ ດັ້ງມີນຄອຍ

ການຢ້ຽມຢາມຈີນ ຄັ້ງນີ້ຂອງທ່ານປະທານປະເທດເຈີນດ້າຍກວາງ ແມ່ນເພື່ອແນໃສ່ຮັກສາທ່າພັດທະນາການພົວພັນລະຫວ່າງສອງພັກ, ສອງລັດ, ປັບປຸງຄວາມຮັບຮູ້ລວມຂັ້ນສູງກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການເຈລະຈາກ່ຽວກັບບັນຫາບົນທະເລທີ່ບັນລຸຄວາມຄືບຫນ້າແທດຈິງ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມຢູ່ ປັກກີງ, ທ່ານ ດັ້ງມີນ ຄອຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ໃຫ້ຮູ້ວ່າ: ໃນໄລຍະຢ້ຽມຢາມຈີນ, ທ່ານປະທານປະເທດ ເຈີນດ້າຍກວາງ ຈະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ, ພົບປະກັບບັນດາການນຳຂອງຈີນ, ເຂົ້າຮ່ວມການເຄື່ອນໄຫວຫລາຍຢ່າງໃນຂອບເຂດເວທີປາໄສການຮ່ວມມື “ອ້ອມຮອບ, ເສັ້ນທາງ”, ພົບປະກັບບັນດາປະມຸກລັດ ແລະ ການນຳບັນດາປະເທດເຂົ້າຮ່ວມເວທີປາໄສ. ຕາມທ່ານເອກອັກຄະລັດຖະທູດ ດັ້ງມີນຄອຍ ແລ້ວ, ການຢ້ຽມຢາມ ຈີນ ຄັ້ງນີ້ ຂອງທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ດຳເນີນໃນສະພາວະ ການພົວພັນລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາໄດ້ຮັບການເພີ່ມທະວີ, ປັບປຸງ ຢ່າງບໍ່ຢຸດຢັ້ງ ແລະ ມີບັນດາບາດກ້າວພັດທະນາໃຫມ່ໃນທຸກຂົງເຂດ. ການຢ້ຽມຢາມຈີນຄັ້ງນີ້ ກໍ່ແມ່ນໂອກາດສຳຄັນເພື່ອໃຫ້ການນຳຂັ້ນສູງສອງປະເທດ ສືບຕໍ່ແລກປ່ຽນທີ່ມີລັກສະນະຍຸດທະສາດກ່ຽວກັບ ການພົວພັນລະຫວ່າງສອງພັກ, ສອງລັດ ແລະບັນດາບັນຫາຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ ຕໍ່ຈາກການຢ້ຽມຢາມຈີນ ໃນໄລຍະຕົ້ນປີຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ