ທ່ານໂງຊວນລິກລັດຖະມົນຕີກະຊວງປ້ອງກັນປະເທດຕ້ອນຮັບເອກອັກຄະລັດຖະທູດປະເທດຕ່າງໆ

ທ່ານໂງຊວນລິກລັດຖະມົນຕີກະຊວງປ້ອງກັນປະເທດຕ້ອນຮັບເອກອັກຄະລັດຖະທູດປະເທດຕ່າງໆ - ảnh 1
ທ່ານ ພົນ​ເອກ ໂງ​ຊວນ​ລິກຕ້ອນ​ຮັບ​
ທ່ານ Ibnu Hadi ເອກ​ອັກ​ຄະ​ລັດ​ຖະ​ທູດອິນ​ໂດ​ເນ​ເຊຍ
(ພາບ: qdnd)

(vovworld) –​ ໃນ​ວັນ​ທີ 19/5, ຢູ່​ຮ່າ​ໂນ້ຍ, ທ່ານ ພົນ​ເອກ ໂງ​ຊວນ​ລິກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຕ້ອນ​ຮັບ​ ທ່ານ ຮ​ວ່າງ​ຕຽວ​ຢຸງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ, ທ່ານ Ibnu Hadi ເອກ​ອັກ​ຄະ​ລັດ​ຖະ​ທູດອິນ​ໂດ​ເນ​ເຊຍ, ທ່ານ Jean Noel Poirier ເອກ​ອັກ​ຄະ​ລັດ​ຖະ​ທູດຝ​ຣັ່ງ ແລະ ທ່ານ Ted Osius ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ລັດ​ອາ​ເມ​ລິກ​າ ປະ​ຈຳ ຫວຽດ​ນ​າມ. ທ່ານ ໂງ​ຊວນ​ລິກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ  ຢືນ​ຢັນວ່າ: ພັກ, ລັດ​, ປະ​ຊາ​ຊົນ ແລະ ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ຢາມ​ໃດ​ກໍ່​ຕີ​ລາ​ຄາ​ສູງ ບັນ​ດາ​ການ​ປະ​ກອບ​ສ່ວນ ຂອງ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໃນ​ການ​ປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​ສາ​ມັກ​ຄີ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ ແລະ ບັນດາ​ປະ​ເທດ. ທ່ານ ທ່ານລັດ​ຖະ​ມົນ​ຕີ​​ ໂງ​ຊວນ​ລິກ ປາດ​ຖະ​ໜາ​ວ່າ ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໃນ​ຖາ​ນະ​ຕຳ​ແໜ່ງຂອງ​ຕົນ​ເອງ ຈະ​ສືບ​ຕໍ່​​ປະ​ກອບ​ສ່ວນ ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມສາ​ມັກຄີ, ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດຫຼາຍ​ຂື້ນ; ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ ຢູ່​ພາກ​ພື້ນ ແລະ ສາກົນ.

 

ຂ່າວ/ບົດ​ອື່ນ