ທ່ານໝໍ ຫວຽດ​ນາມ ​ກວດ​ພະ​ຍາດ, ແຈກ​ຢາຍ​ຢຸກ​ຢາ ແລະ ມອບ​ຂອງ​ຂວັນ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່ ລາວ

(VOVWORLD) - ບັນດາການເຄື່ອນໄຫວນີ້ສະແດງໃຫ້ເຫັນນ້ຳໃຈ, ຄວາມເອົາໃຈໃສ່ຂອງການນຳ ແລະ ປະຊາຊົນນະຄອນໂຮ່ຈີມິນ ສຳລັບ ປະຊາຄົມຊາວຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ ພວມດຳລົງຊີວິດຢູ່ ແຂວງ ຄຳມ່ວນເວົ້າສະເພາະ ແລະ ຢູ່ລາວເວົ້າລວມ.
ທ່ານໝໍ ຫວຽດ​ນາມ ​ກວດ​ພະ​ຍາດ, ແຈກ​ຢາຍ​ຢຸກ​ຢາ ແລະ ມອບ​ຂອງ​ຂວັນ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່ ລາວ - ảnh 1ທ່ານໝໍ ຫວຽດນາມ ກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ ລາວ
(ພາບ: TTXVN)

ໃນລະຫວ່າງວັນທີ 5 – 10 ທັນວາ, ສະມາຄົມມິດຕະພາບ ຫວຽດນາມ - ລາວນະຄອນໂຮ່ຈີມິນ ໄດ້ສົມທົບກັບມະຫາວິທະຍາສາດແພດສາດ ຟ້າມງອກແທັກ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ຈັດການກວດ ພະຍາດ, ແຈກຢາຍຢຸກຢາ ແລະ ມອບຂອງຂວັນໃຫ້ແກ່ຊາວຫວຽດນາມອາໄສຢູ່ ລາວ ແລະ ປະຊາຊົນລາວທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ແຂວງ ຄຳມ່ວນ, ພາກກາງລາວ.

ໄປຄຽງຄູ່ກັນນັ້ນ, ຄະນະກຳມະການກ່ຽວກັບຊາວຫວຽດນາມອາໄສຢູ່ ຕ່າງປະເທດ ນະຄອນໂຮ່ຈີມິນ ກໍ່ໄດ້ມອບຕູ້ປຶ້ມ ພາສາຫວຽດ  ໃຫ້ແກ່ໂຮງຮຽນປະຖົມ ທົງເຍິດ ຢູ່ເທດສະບານ ທ່າແຂກ. ການເຄື່ອນໄຫວນີ້ ເພື່ອແນໃສ່ປະຕິບັດແຜນຮ່າງ ວັນເຊີດຊູພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຂອງ ນາຍົກລັດຖະມົນຕີ.

ບັນດາການເຄື່ອນໄຫວນີ້ສະແດງໃຫ້ເຫັນນ້ຳໃຈ, ຄວາມເອົາໃຈໃສ່ຂອງການນຳ ແລະ ປະຊາຊົນນະຄອນໂຮ່ຈີມິນ ສຳລັບ ປະຊາຄົມຊາວຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ ພວມດຳລົງຊີວິດຢູ່ ແຂວງ ຄຳມ່ວນເວົ້າສະເພາະ ແລະ ຢູ່ລາວເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ