ທ່ານໝໍທັງໝົດຕ້ອງໄດ້ຮັບການບຳລຸງສ້າງກ່ຽວກັບການແພດ, ການຢາພື້ນເມືອງ

(VOVWORLD) -ຕອນເຊົ້າວັນທີ 6 ມິຖຸນາ ຢູ່ ຮ່າໂນ້ຍ, ກະຊວງສາທາລະນະສຸກໄດ້ຈັດຕັ້ງພິທີສະເຫລີມສະຫລອງ 60 ປີ ການແພດ, ການຢາພື້ນເມືອງຫວຽດນາມ. 
ທ່ານໝໍທັງໝົດຕ້ອງໄດ້ຮັບການບຳລຸງສ້າງກ່ຽວກັບການແພດ, ການຢາພື້ນເມືອງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຖືວ່າ ຢາກປ່ຽນໃຫມ່ຂົງເຂດການແພດການຢາພື້ນເມືອງ ກ່ອນອື່ນໝົດ ຕ້ອງປ່ຽນໃຫມ່ກ່ຽວກັບການບຳລຸງສ້າງ, ທ່ານໝໍທັງໝົດກ່ອນຮຽນວິຊາສະເພາະ ຄວນໄດ້ຮັບການບຳລຸງສ້າງທັງການຢາພື້ນເມືອງ ແລະ ການແພດ. ມາຮອດປະຈຸບັນ, ມີ 56 ແຂວງ, ນະຄອນ ມີໂຮງໝໍການແພດພື້ນເມືອງ. ໄລຍະຈະມາເຖິງ, ກະຊວງສາທາລະນະສຸກ ຈະເພີ່ມທະວີ ການຄົ້ນຄ້ວາວິທະຍາສາດກ່ຽວກັບການຢາພື້ນເມືອງ, ຍູ້ແຮງການສົມທົບລະຫວ່າງການແພດ, ການຢາພື້ນເມືອງ, ສົ່ງເສີມພັດທະນາບັນດາເຂດປູກຕົ້ນຢາສະໝູນໄພ.

ຕອບກັບ

ຂ່າວ/ບົດ​ອື່ນ