ທ່ານໝໍໝວກເບເລສີຟ້າ ຫວຽດນາມ ຢູ່ ຊູດັງໃຕ້ ສົ່ງສານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

(VOVWORLD) -ບັນດາທ່ານໝໍ ໝວກເບເລສີຟ້າ ຫວຽດນາມ ໄດ້ປະກອບສ່ວນແຜ່ຂະຫຍາຍຈຸດຄວາມງາມທາງດ້ານວັດທະນະທຳ ແລະ ອາຫານການກິນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ໃຫ້ເພື່ອນມິດສາກົນ.
ທ່ານໝໍໝວກເບເລສີຟ້າ ຫວຽດນາມ ຢູ່ ຊູດັງໃຕ້ ສົ່ງສານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ - ảnh 1ທ່ານໝໍ ຫວຽດນາມ ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຢູ່ ຊູດັງໃຕ້
(ພາບ: BVDC2.3)

ຫວ່າງມໍ່ໆມານີ້, ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂອງ ຫວຽດນາມ ທີ່ເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດໄດ້ປະຕິບັດສຳເລັດໜ້າທີ່ຕ້ອນຮັບຄະນະປະຕິບັດງານໂດຍທ່ານ Christian Saunders, ຜູ້ຊ່ວຍວຽກເລຂາທິການໃຫຍ່ກ່ຽວກັບການຄຸ້ມຄອງລະບົບສະໜອງ (ຂຶ້ນກັບກົມໜູນຊ່ວຍການເຄື່ອນໄຫວສະຫະປະຊາຊາດ ຢູ່ ນິວຢອກ, ອາເມລິກາ) ນຳໜ້າ, ມາ Bentiu ເພື່ອສຳຫຼວດລະດັບຜົນສະທ້ອນຂອງສະພາບນ້ຳຖ້ວມຂະໜາດໃຫຍ່ທີ່ສຸດໃນໄລຍະ 60 ປີຜ່ານມາຢູ່ ຊູດັງໃຕ້. ພາຍຫຼັງການເຮັດວຽກ, ຫົວໜ້າຂະແໜງພະລາທິການຂອງສະຫະປະຊາຊາດໄດ້ໄປຢ້ຽມຢາມໂຮງໝໍກາງສະໜາມຂັ້ນ 2 ເລກ 3 ເພື່ອລະດົມກຳລັງໃຈພະນັກງານ, ພາລະກອນໂຮງໝໍ ສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້ ແລະ ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກເມື່ອສະພາບໂລກລະບາດໃນບໍລິເວນຍັງມີການຜັນແປຢ່າງສັບສົນ ແລະ ສະພາບນ້ຳຖ້ວມພວມເພີ່ມຂຶ້ນ.

        ຜ່ານການປະຕິບັດໜ້າທີ່ຢູ່ Bentiu ເປັນເວລາ 1 ປີ, ນອກຈາກການປະຕິບັດວຽກງານວິຊາສະເພາະດ້ານການແພດແລ້ວ, ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂອງ ຫວຽດນາມ ຍັງສ້າງຄວາມປະທັບໃຈຕໍ່ຄະນະປະຕິບັດງານກ່ຽວກັບຄວາມຮັກແພງແຂກຄົນ, ການປະດິດຄິດສ້າງ, ມີໄຫວພິບ, ພ້ອມທັງສົ່ງສານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຢ່າງແຮງ, ຈະແຈ້ງ, ລຸລ່ວງໃນຕະຫຼອດອາຍຸການ. ບັນດາທ່ານໝໍ ໝວກເບເລສີຟ້າ ຫວຽດນາມ ໄດ້ປະກອບສ່ວນແຜ່ຂະຫຍາຍຈຸດຄວາມງາມທາງດ້ານວັດທະນະທຳ ແລະ ອາຫານການກິນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ໃຫ້ເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ