ທາ​ບທາມ​ການ​ເມືອງ​ຄັ້ງ​ທີ1ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ​ແລະກະຊວງ​ການ​ຕ່າງປະ​ເທດ Uruguay

ທາ​ບທາມ​ການ​ເມືອງ​ຄັ້ງ​ທີ1ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ​ແລະກະຊວງ​ການ​ຕ່າງປະ​ເທດ Uruguay - ảnh 1
ທ່ານ​ນາງ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ
ຫງວຽນ​ເຟືອງ​ງາ
ພາບ:internet


 (vovworld)- ​​ແຕ່​ວັນ​ທີ 3-5/10, ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ Uruguay ​ໂດຍທ່ານ Luis Porto ຮອງ​ລັດຖະມົນຕີ​ກະຊວງ​ດັ່ງກ່າວ​ນຳ​ຫນ້າ ​ມາ​ຢ້ຽມຢາມ​ຫວຽດນາມ ​ແລະ ດຳ​ເນີນ​ວາລະ​ທາ​ບທາມ​ການ​ເມືອງ​ຄັ້ງ​ທີ 1 ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ Uruguay. ທີ່​ວາລະ​ທາ​ບທາມ​ການ​ເມືອງ​ລະຫວ່າງ​ທ່ານ​ຮອງ​ລັດຖະມົນຕີ Luis Porto ​ແລະ ທ່ານ​ນາງ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຫງວຽນ​ເຟືອງ​ງາ, ສອງ​ຝ່າຍ​ຕີ​ລາຄາ​ສູງ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງຫນ້າ​ຂອງ​ການ​ພົວພັນ​ສອງ​ຝ່າຍ. ທ່ານ​ຮອງ​ລັດຖະມົນຕີ Luis Porto ຢືນຢັນ: ລັດຖະບານ ​ແລະ ປະຊາ​ຊົນ Uruguay ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ພ້ອມ​ແລ້ວ​ພັດທະນາ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ທ່າ​ແຮງ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ. ທ່ານ​ນາງ ຮອງ​ລັດຖະມົນຕີ​ ​ຫງວຽນ​ເຟືອງ​ງາ ຢືນຢັນ ລັດຖະບານ​ຫວຽດນາມ ປາດ​ຖ​ະຫນາ​ຢາກ​ປັບ​ປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ພວມ​ໃນ​ທ່າ​ພັດທະນາ​ຢ່າງ​ຕັ້ງຫນ້າ​ກັບ Uruguay ​ແລະ ສະ​ເຫ​ນີ ສອງ​ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ການ​ຢ້ຽມຢາມຄັ້ງ​ຕ່າງໆ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຂັ້ນ​ກະຊວງ, ຂະ​ແຫນງ​ການ, ວິ​ສາ​ຫະກິດ ​ແລະ​ຢາກ​ໃຫ້ Uruguay ຮັບ​ຮູ້​ຂໍ້​ກຳນົດ​ເສດຖະກິດ​ການ​ຕະຫລາດ​ຂອງ​ຫວຽດນາມ​ໂດຍ​ໄວ. ສອງ​ຝ່າຍ​ເຫັນ​ດີ​ຊຸກຍູ້​ການ​ເຈລະຈາ ​ແລະ ລົງ​ນາ​ມ​ໃນ​ສັນຍາ​ແມ່​ກ່ຽວ​ກັບ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ສອງ​ຝ່າຍ, ສ້າງຄະນະ​ກຳມະການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ ຫວຽດນາມ Uruguay, ສ້າງກອບ​ກົດໝາຍ​ໃຫ້​ສົມບູນ​ແບບ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ການ​ລົງທຶນ.

ຂ່າວ/ບົດ​ອື່ນ