ທາບທາມການເມືອງຫວຽດນາມ ແລະ ສແຊກ

ທາບທາມການເມືອງຫວຽດນາມ ແລະ ສແຊກ - ảnh 1
ພາບ​ປະ​ກອບ

​(vovworld) - ໂດຍ​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ສ​ແຊກ, ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ ບູ່​ຍ​ແທງ​ເຊີນ ​ເປັນ​ຫົວ​ຫນ້າ​ຄະນະ, ​ໄດ້ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສ​ແຊກ ​ແຕ່​ວັນ​ທີ 13-15/4. ຄະນະ​ໄດ້​ທາ​ບທາມ​ການ​ເມືອງ​ກັບ​ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງ​ການ​ຄ້າ​ອຸດສາຫະກຳ ສ​ແຊກ. ທີ່​ການ​ເຮັດ​ວຽກ​ຕ່າງໆ, ຝ່າຍ​ແຊກ ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ທີ່​ດີງາມ​ກັບ​ຫວຽດນາມ; ​ເຫັນ​ດີ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ກັບ​ຫວຽດນາມ ​ທີ່​ບັນດາ​ເວທີ​ປາ​ໄສ​ສາກົນ, ພິ​ເສດ​ແມ່ນ​ຢູ່ ສະຫະ​ປະຊາ​ຊາດ, ​ໃນ​ຂອບ​ເຂດ ASEM, ​ແລະ ການ​ຮ່ວມ​ມື ອາ​ຊຽນ - ອີ​ຢູ ​ໃນ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຝ່າຍ​ແຊກ ​ໃຫ້​ຮູ້​ຈະ​ເຊັນ​ອະນຸມັດ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ​ລະຫວ່າງຫວຽດນາມ - ສະຫະພາບ​ເອີ​ລົບ ​ໂດຍ​ໄວ, ກໍ່​ຄື​ສະໜັບສະໜູນ​ເລື່ອງ​ປະຕິບັດ​ສຳ​ເລັດ​ການ​ເຈລະຈາ ​ແລະ ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ອີ​ຢູ. ຝ່າຍ ສ​ແຊກ ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ ຢູ່ແຊກ ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ວັດທະນະທຳ​ຂອງ​ແຊກ.

        ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ແຊກ​ຕີ​ລາຄາ​ສູງ​ວິທີ​ສຳ​ພັດ​ຂອງ​ຫວຽດນາມ ​ແລະ ອາ​ຊຽນ ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດ​ໝາຍ​ສາກົນ, ສະໜັບສະໜູນ​ອາ​ຊຽນມີ​ບົດບາດ​ໃຈກາງ​ໃນ​ການ​ຮ່ວມ​ມື​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ.

 


ຂ່າວ/ບົດ​ອື່ນ