ທາບທາມຄວາມເຫັນຈາກປະຊາຄົມສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ທາບທາມຄວາມເຫັນຈາກປະຊາຄົມສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 18/08, ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສ່ິງ​ແວດ​ລ້ອມ ​ໄດ້​ສົມທົບ​ກັບ​ໂຄງການ​ພັດທະນາ​ສະ​ຫະປະຊາ​ຊາດ (UNDP) ​ແລະ ອົງການ​ຮ່ວມ​ມື​ພັດທະນາ​ເຢຍລະ​ມັນ (GIZ), ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ເລີ່​ມ​ເຄື່ອນ​ໄຫວ “ສ້າງ​ບົດ​ລາຍ​ງານ​ຄາດ​ຄະ​ເນປະກອບສ່ວນ​ໂດຍ​ປະ​ເທດ​ຕັດສິນ​ເອງ” (INDC). ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດຖະມົນຕີກະຊວງ​ຊັບພະຍາກອນ ​ແລະ ສ່ິງ​ແວດ​ລ້ອມ ​ເຈີ​ນຮົ່ງຮ່າ ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ແຕ່​ນີ້​ຮອດ​ເມື່ອ​ຫວຽດນາມ ​ແລະ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ສົນທິສັນຍາ​ອື່ນ​ຕ້ອງ​ຍື່ນ​ສະ​ເໜີ INDC ​ແມ່ນບໍ່​ມີ​​ເວລາ​ຫຼາຍ​. ສະ​ນັ້ນ, ຕ້ອງ​ຮີບ​​ເຮັ່ງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ການກໍ່​ສ້າງ INDC ຂອງ​ຫວຽດນາມ ບົນ​ຫຼັກ​ຫານ​ຮັບ​ປະການ​ພັນທະ​ຂອງ​ຝ່າຍ​ໜຶ່ງ​ທີ່​ເຂົ້າ​ຮ່ວມ​ສັນ​ທິສັນຍາ ​ແລະ ກົມກຽວກັບ​ຜົນ​ປະ​ໂຫຍ​ດຂອງ​ຫວຽດນາມ. ທ່ານ​ຮອງ​ລັດຖະມົນຕີ ​ເຈີ​ນຮົ່ງຮ່າ ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ສ້າງຕັ້ງ INDC ຂອງ​ຫວຽດນາມ ຕ້ອງ​ປະຕິບັດ​ຢ່າງ​ຈະ​ແຈ້ງ, ມີ​ການ​ເຂົ້າ​ຮ່ວມ​ຂອງ​ທຸກໆ​ຝ່າຍ​ທີ່​ກ່ຽວຂ້ອງ, ​ໃນ​ນັ້ນ​ມີ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ສາກົນ​ຢູ່​ຫວຽດນາມ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ບັນດາ​ນັກ​ອຸປະຖຳ ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ ​ແລະ ຮູບ​ພາບ INDC ຂອງ​ຫວຽດນາມ, ລວມທັງ​ບັນດາ​ການ​ປະກອບສ່ວນ​ກ່ຽວ​ກັບ​ການ​ຮັບ​ມື, ຫຼຸດຜ່ອນ, ​ເພີ່ມ​ທະວີ​ຄວາມ​ສາມາດ​ຮັບ​ເອົາ ​ແລະ ມອບ​ສົ່ງ​​ເຕັກ​ໂນ​ໂລ​ຊີ; ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ອົງການ, ອົງການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ​ໃນ​ການ​ສ້າງ INDC.

ຂ່າວ/ບົດ​ອື່ນ