ທາບທາມຄວາມເຫັນດ້ານການເມືອງລະຫວ່າງຫວຽດນາມ - ໂປໂລຍ

ທາບທາມຄວາມເຫັນດ້ານການເມືອງລະຫວ່າງຫວຽດນາມ - ໂປໂລຍ - ảnh 1
​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ
(ພາບປະກອບ: TTXVN)


​(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດລະຫວ່າງ​ຫວຽດນາມ - ​​ໂປ​ໂລ​ຍ (1950 - 2015) ​ແລະ ຕາມ​ຄຳ​ເຊີນ​ຂອງ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​​ໂປ​ໂລ​ຍ, ​ໃນ​ລະຫວ່າງ​ວັນ​ທີ 08 – 10/04, ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ ນຳ​ໜ້າ, ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮ​ັດວຽກ​ຢູ່​ໂປ​ໂລ​ຍ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ມີ​ການ​ທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ​ກັບ​ທ່ານ​ລັດຖະມົນຕີຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດໂປ​ໂລ​ຍ Katarzyna Kacperczyk: ​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ຮອງ​ປະທານ​ສະພາຕຳ່ໂປ​ໂລ​ຍ Jerzy Wenderlich ​ແລະ ພ້ອມ​ກັບ​ທ່ານ Wenderlich ​ໄຂງານ​ວາງສະ​ແດງຮູບ​ພາບ​ກ່ຽວ​ກັບ​ຫວຽດນາມ ​ແລະ ການ​ພົວພັນ​ລະ​ຫວ່າງ​ຫວຽດນາມ - ໂປ​ໂລ​ຍ. ທີ່​ບັນດາ​ການ​ພົບ​ປະ, ຝ່າຍໂປ​ໂລ​ຍ ​ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຖື​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ກັບ​ຫວຽດນາມ ​ເປັນ​ສຳຄັນ; ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງຫວຽດນາມ ບັນລຸ​ໄດ້ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ກໍ່​ຄື​ບົດບາດ​ທີ່​ຕັ້ງ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ຫວຽດນາມ ບົນ​ເວທີສາກົນ; ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ ທີ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ 2 ຝ່າຍ​ກໍ່​ເຫັນ​ດີ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນຄະນະ​ຜູ້​ແທນ​ທຸກ​ຂັ້ນ. 2 ຝ່າຍ​ໄດ້​​ເຫັນ​ດີ​ສ້າງ​ຕັ້ງ​ຄະນະ​ກຳມະ​ການລະ​ຫວ່າງລັດຖະບານ ກ່ຽບກັບ​ການ​ຮ່ວມມ​ືດ້ານ​ເສດຖະກິດລະຫວ່າງ​ຫວຽດນາມ - ໂປ​ໂລ​ຍ ​ໂດຍ​ໄວ ​ເພື່ອ​ປະສານ​ສົມທົບ​ກັນ​ໃນການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ຝ່າຍໂປ​ໂລ​ຍ ​ໄດ້​ຕີ​ລາຄາ​ສູງ​ການ​ປະກອບ​ຊ່ວຍ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ໂປ​ໂລ​ຍ  ​ເຂົ້າ​ໃນ​ການ​ພັດທະນາ​ດ້ານ​ວັດທະນະທຳ​ທີ່​​ເປັນຫຼາຍ​ຮູບ​ຫຼາຍ​ແບບ​ຂອງໂປ​ໂລ​ຍ ກໍ່​ຄື​ການ​ພົວພັນ​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຝ່າຍໂປ​ໂລ​ຍ ​ຢືນຢັນ​ວ່າ ຍາມ​ໃດ​ກໍ່​ສະໜັບ​ສະ​ໜູນ​ການ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ສະໜັບສະໜູນ​ບົດບາດ​ຂອງ​ປະຊາ​ຄົມ​ສາກົນ, ພິ​ເສດ​ແມ່ນ​ສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ.

ຂ່າວ/ບົດ​ອື່ນ