ທາບທາມຄວາມເຫັນວົງຄະນະຍາດກ່ຽວກັບກົດໝາຍວ່າດ້ວຍການກຳນົດສິດເສລີໃນການໂຮມປະຊຸມ,ສ້າງຕັ້ງສະມາຄົມ

ທາບທາມຄວາມເຫັນວົງຄະນະຍາດກ່ຽວກັບກົດໝາຍວ່າດ້ວຍການກຳນົດສິດເສລີໃນການໂຮມປະຊຸມ,ສ້າງຕັ້ງສະມາຄົມ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ ຈັດ​ຕັ້ງ​ຢູ່​ນະ​ຄອນ ເຫ້ວ
(ພາບ:baophapluat.vn)

Vovworld - ອົງການ​​ສະ​ຫະ​ປະ​ຊາ​ຊາດເພື່ອ​ການ​ພັດ​ທະ​ນາ (UNDP) ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ເມື່ອ​ວັນ​ທີ 15/1, ຢູ່​ນະ​ຄອນ​ເຫ້ວ, UNDP ສົມ​ທົບ​ກັບ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ, ສະ​ຖາ​ບັນ​​ລັດຖະ​ສາດ ແລະ ກົດ​ໝາຍ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ທາບ​ທາມ​ຄວາມ​ເຫັນ, ​ຂໍ​້​ສະ​ເໜີ​ແນະ​ຂອງວົງ​ຄະ​ນະ​ຍາດ​ຈາກຫຼາຍ​ອົງ​ການ​ສັງ​ຄົມ​ອື່ນໆ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ລັດ​ຖະ​ບານ ຫວຽດ​ນາມ ມ​ຸ່ງ​ໄປ​ເຖິງ​ການ​​ສ້າງກົດ​ໝ​າຍ​ວ່າ​ດ້ວຍ​ສະ​ມາ​ຄົມ​ໃຫ້​ສົ​ມ​ບູນ​ແບບ. ທ່ານ​ຮອງ ສາດ​ສະ​ດາ​ຈານ, ດ​ຣ ຫງວຽ​ນ​ເຕີດ​ຢາບ, ຮອງ​ອະ​ທິ​ການ​ບໍ​ດີ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ ໃຫ້​ຮູູ້​ວ່າ, ກົດ​ໝາຍ​ວ່າ​ດ້ວຍ​ສະ​ມາ​ຄົມ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຄຸຸ້ມ​ຄອງ​ລັດ, ພ້ອມ​ທັງ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ສິ​ດ​ທິ​ມະ​ນຸດ. ທ່ານ Scott Ciment, ທີ່​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ​ຂອງ UNDP ກ່ຽວ​ກັບ​​ກົດ​ໝາຍ ແລະ ສຳ​ພັດ​ຍຸ​ຕິ​ທຳ, ເນັ້ນ​ໜັກ​ການ​​ເກັບ​ກຳ​ບັນ​ດາ​ຄຳ​ເຫັນ​ຈາກ​ພົນ​ລະ​ເມືອງ ແລະ ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ປະ​ຈຸ​ບັນ​ຢູ່​ຂັ້ນ​ທ້ອງ​ຖິ່ນ​ຈະ​ຊ່ວຍ​ໃຫ້​ລັດ​ຖະ​ບານ​ເຂົ້າ​ໃຈ​ໄດ້​ບັນ​ດາ​ຄວາມ​ຫຍູ້ງ​ຍາ​ກ​ຍັງ​ຄົງ​ຄ້າງ​ໃນ​ປ​ະ​ຈຸ​ບັນ ຂ​ອງ​ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ໃນ​ການ​ສະ​ໜອງ​ບັນ​ດາ​ບໍ​ລິ​ການ​ສັງ​ຄົມ​ຢູ່​ທ້ອງ​ຖິ່ນ.


ຂ່າວ/ບົດ​ອື່ນ