ທາບທາມຄຳເຫັນດ້ານການເມືອງຫວຽດນາມ-ບັງກະລາເທດ ຄັ້ງປະຖົມມະເລີກ

(VOVWORLD) - ວັນທີ 6 ສິງຫາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງດິ່ງກຸ້ຍ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ບັງກະລາເທດ Md. Shahidul Haqua ເປັນປະທານຮ່ວມກອງປະຊຸມ ທາບທາມຄຳເຫັນດ້ານການເມືອງຄັ້ງປະຖົມມະເລີກ ຢູ່ Dhaka, ປະເທດ ບັງກະລາເທດ. 
 
ທາບທາມຄຳເຫັນດ້ານການເມືອງຫວຽດນາມ-ບັງກະລາເທດ ຄັ້ງປະຖົມມະເລີກ - ảnh 1 ຄະນະຜູ້ແທນ ຫວຽດນາມ ທີ່ກອງປະຊຸມ

ລັດຖະມົນຕີສອງທ່ານໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການຢູ່ແຕ່ລະປະເທດ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍ ກ່ຽວກັບດ້ານການເມືອງ, ການຄ້າ ແລະ ການລົງທຶນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ສອງຝ່າຍຢືນຢັນວ່າ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ. ບັງກະລາເທດຮັບຮູ້ຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການສະໜັບສະໜູນຫວຽດນາມ ກາຍເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ສະໜັບສະໜູນການອອກສະໜັກຮັບເລືອກຕັ້ງຂອງຫວຽດນາມ ເຂົ້າໃນຕຳແໜ່ງຜູ້ອຳນວຍການໃຫຍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ ( UNESCO ) ໃນອາຍຸການ 2017-2022. ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຫວຽດນາມຕີລາຄາສູງທັດສະນະຂອງບັງກະລາເທດກ່ຽວກັບບັນຫາທະເລຕາເວັນອອກ. ຕາມນັ້ນແລ້ວ, ບັງກະລາເທດຢືນຢັນ ຖືເປັນສຳຄັນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີ, ຄວາມໝັ້ນຄົງປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ສະໜັບສະໜູນບັນດາຝ່າຍ ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ເຄົາລົບຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (  DOC ) ຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ