ທາບທາມດ້ານການເມືອງລະຫວ່າງກະຊວງການ ຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດ ສ.ສະໂລເວເນຍ ແລະ ສ. ກຣົວຊີ

ທາບທາມດ້ານການເມືອງລະຫວ່າງກະຊວງການ ຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດ ສ.ສະໂລເວເນຍ ແລະ ສ. ກຣົວຊີ - ảnh 1
(ທາບ​ທາມ​ດ້ານ​ການ​ເມືອງລະ​ຫວ່າງ ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ
ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສ.ສ​ະໂລ​ເວ​ເນຍ ແລະ ສ. ກຣົວຊີ​)

(vovworld)- ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼ​ອງ 20 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ກັບ​ ສ.ສ​ະໂລ​ເວ​ເນຍ ແລະ ສ. ກຣົວຊີ, ແຕ່​ວັນ​ທີ 7-9/7/2014, ທ່ານ​ຮອງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ຫວຽດ​ນາມ ບຸຍ​ແທງ​ເຊີນ ໄດ້​ໄປ​ຢ້ຽມ​ຢາມ ແລະ ດຳ​ເນີນ​ການທາບ​ທາມ​ດ້ານ​ການ​ເມືອງກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ 2 ປະ​ເທດ​ດັ່ງ​ກ່າວ​.

   ທີ່​ການທາບ​ທາມ​ດ້ານ​ການ​ເມືອງ ແລະ ການ​ພົບ​ປະ​ຄັ້ງ​ຕ່າງໆ, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ແລະ 2 ປະ​ເທດ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ, ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ 2 ຝ່າຍ ແລະ ບາງ​ບັນ​ຫາ​ທີ່​ພາກ​ພື້ນ ແລະ ສາ​ກົນ​ທີ່​ມີ​ຄວາມ​ສົນ​ໃຈ. 2ປະ​ເທດ ສ.ສ​ະໂລ​ເວ​ເນຍ ແລະ ສ. ກຣົວຊີໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ຊຶ່ງ​ຫວຽດ​ນາມ​ຍາດ​ມາ​ໄດ້​ໃນ​ກິດ​ຈະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ກໍ​ຄື​ບົດ​ບາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ຫວຽດ​ນາມ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ສ.ສ​ະໂລ​ເວ​ເນຍ ແລະ ສ. ກ​ຣ​ວາດ​ເຕຍ ສະ​ໜັບ​ສະ​ໜູນເລື່ອງ EU ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ຄູ່​ຮ່ວມ​ມື ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ- EU ໂດຍ​ໄວ ແລະ ສຳ​ເລັດການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ- EU ໂດຍໄວ ຄື​ໃນ​ທ້າຍ​ປີນີ້.

   ຫວຽດ​ນາມ ແລະ ສ.ສ​ະໂລ​ເວ​ເນຍ , ສ. ກຣົວຊີ ຕີ​ລາ​ຄາ​ສູງ​ແງ່​ຫວັງ​ຮ່ວມ​ມື 2 ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ​ຄື ການ​ຄ້າ-ການ​ລົງ​ທຶນ, ກະ​ສີ​ກຳ, ຕໍ່​ກຳ​ປັ່ນ, ຂົນ​ສົ່ງ-ທ່າ​ກຳ​ປັ່ນ​ທະ​ເລ, ສາ​ທາ​ລະ​ນະ​ສຸກ, ກາ​ນປ້ອງ​ກັນ​ຊາດ, ການ​ສຶກ​ສາ, ທ່ອງ​ທ່ຽວ, ການ​ເກັ​ບ​ກູ້ລະ​ເບີດ​ຍັງ​ບໍ່​ທັນ​ແຕກ, ການ​ຮ່ວມ​ມື 3 ຝ່າຍ​ໃນ​ຂອບ​ເຂດ​ສະ​ຫະ​ປະ​ຊາ​ຊາດ ແລະ EU; ເປັນ​ເອ​ກະ​ສັນ​ກັນ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກ​ິດ 2 ຝ່າຍ​ໄດ້​ພົບ​ປະ​ກັນ, ຊອກ​ຮູ້​ຕະຫຼາດ ແລະ ກາ​ລະ​ໂອ​ກາດ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ….

    ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ສ.ສ​ະໂລ​ເວ​ເນຍ ແລະ ສ. ກຣົວຊີ ຕ່າງ​ກໍ​ສະ​ແດງ​ຄວາມ​ວິ​ຕົ​ກ​ກັງ​ວົນ​ຕໍ່​ການ​ຜັນ​ແປ​ທີ່​ເຄັ່ງ​ຕຶງໃນມໍ່ໆ​ມານີ້ ຂະ​ນະ​ທີີ່​ຈ​ີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນໄຮ​ຢາງ 981 ຢ່າງ​ຜິດ​ກົດ​ໝາຍ​ໃນ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ ແລະ ໄຫຼ່​ທະ​ວີບ​ຂອງ​ຫວຽດ​ນາມ; ຕີ​ລາ​ຄາສູງການ​ລະ​ງັບ​ໃຈ​ຂອງ​ຫວຽດ​ນາມ; ສະ​ໜັບ​ສະ​ໜູນ​ທັດ​ສະ​ນະ​ລວມ​ຂອງ​ບັນ​ດາ​ປະ​ເທດ EU ກ່ຽວ​ກັບ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ເປັນ​ຕົ້ນ​ແມ່ນ​ສົນ​ທິ​ສັນ​ຍາ ສ.ປ.ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລປີ 1982.

ຂ່າວ/ບົດ​ອື່ນ