ທ່າອາກາດສະຍານສາກົນ ເວີນດົ່ນ, ແຂວງກວາງນິງ ຕ້ອນຮັບຖ້ຽວບິນສາກົນທຳອິດ

(VOVWORLD) -ຖ້ຽວບິນສາກົນທຳອິດ ໝາຍເລກ DZ62249 ເລີ່ມບິນຈາກສະໜາມບິນ ປາອານ, ເຊີນເຈີນ, ປະເທດຈີນ, ເຊິ່ງມີຜູ້ໂດຍສານ 140 ຄົນມາຫວຽດນາມ

ທ່າອາກາດສະຍານສາກົນ ເວີນດົ່ນ, ແຂວງກວາງນິງ ຕ້ອນຮັບຖ້ຽວບິນສາກົນທຳອິດ - ảnh 1 ຖ້ຽວບິນສາກົນທຳອິດ ໝາຍເລກ DZ62249

(ພາບ: thanhnien.vn)

ຕອນເຊົ້າວັນທີ 27 ພຶດສະພາ, ຖ້ຽວບິນສາກົນທຳອິດ ໝາຍເລກ DZ62249 ເລີ່ມບິນຈາກສະໜາມບິນ ປາອານ, ເຊີນເຈີນ, ປະເທດຈີນ, ເຊິ່ງມີຜູ້ໂດຍສານ 140 ຄົນມາຫວຽດນາມ, ໄດ້ລົງຈອດຢູ່ທ່າອາກາດສະຍານສາກົນ ເວີນດົ່ນ. ທ່ານ ຟ້າມຫງອັກຖຸຍ, ຫົວໜ້າພະແນກທ່ອງທ່ຽວແຂວງກວາງນິງ, ໃຫ້ຮູ້ວ່າ.

        “ເຫດການນີ້ໄດ້ເປີດແງ່ຫວັງຢ່າງໃຫຍ່ຫຼວງໃນໄລຍະຈະມາເຖິງ. ໃນໄລຍະ 6 ເດືອນຈະມາເຖິງ ຄາດວ່າຈະຕ້ອນຮັບປະມານ 20 ຖ້ຽວບິນ Charter ຈາກ ສ.ເກົາຫຼີ ມາຍັງຫວຽດນາມ ຂອງບໍລິສັດການບິນ Vietnam Airlines. ຫຼັງຈາກນັ້ນແມ່ນບັນດາຖ້ຽວບິນຂອງບໍລິສັດ Bamboo Airways ບິນມາຈາກ ໄຕ້ຫວັນ ແລະ ຮອດທ້າຍປີນີ້, ຈະຕ້ອນຮັບຖ້ຽວບິນຈາກຍິ່ປຸ່ນ ມາຫວຽດນາມ ນຳອີກ. ສະນັ້ນ, ແງ່ຫວັງຂອງທ່າອາກາດສະຍານສາກົນ ເວີນດົ່ນ ຈະສ້າງກຳລັງແຮງໃຫ້ແກ່ຂະແໜງທ່ອງທ່ຽວຂອງແຂວງກວາງນິງ ໃນໄລຍະຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ