ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ເວິນ​ໂດນ (ກ໋​ວາງ​ນິງ) ອະ​ນຸ​ຍາດ​ໃຫ້​ຊາວ​ຕ່າງ​ປະ​ເທດ​ເຂົ້າ - ອອກ​ເມືອງ​ດ້ວຍ​ວ​ີ​ຊາ​ເອ​ເລັກ​ໂຕ​ນິກ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິງ ຫາກໍ່ລົງນາມມະຕິສະບັບເພີ່ມເຕີມບັນຊີລາຍຊື່ ດ່ານຊາຍແດນສາກົນທີ່ອະນຸຍາດໃຫ້ຊາວຕ່າງປະເທດເຂົ້າ - ອອກເມືອງດ້ວຍວີຊາເວເລັກໂຕນິກ
ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ເວິນ​ໂດນ (ກ໋​ວາງ​ນິງ) ອະ​ນຸ​ຍາດ​ໃຫ້​ຊາວ​ຕ່າງ​ປະ​ເທດ​ເຂົ້າ - ອອກ​ເມືອງ​ດ້ວຍ​ວ​ີ​ຊາ​ເອ​ເລັກ​ໂຕ​ນິກ - ảnh 1ທ່າອາກາດສະຍານສາກົນ ເວິນໂດນ (ກ໋ວາງນິງ) ອະນຸຍາດໃຫ້ຊາວຕ່າງປະເທດເຂົ້າ - ອອກເມືອງດ້ວຍວີຊາເອເລັກໂຕນິກ (ພາບ: baochinhphu.vn)

ລັດຖະບານຕົກລົງເພີ່ມເຕີມດ່ານຊາຍແດນທ່າອາກາດສະຍານສາກົນ ເວິນໂດນ ເຂົ້າບັນຊີລາຍຊື່ດ່ານຊາຍແດນສາກົນທາງການບິນ ທີ່ອະນຸຍາດໃຫ້ຊາວຕ່າງປະເທດເຂົ້າ - ອອກເມືອງດ້ວຍວີຊາເອເລັກໂຕນິກ.

ຕາມມະຕິແລ້ວ, ມີດ່ານຊາຍແດນທາງການບິນ 8 ແຫ່ງ ທີ່ອະນຸຍາດໃຫ້ຊາວຕ່າງປະເທດ ເຂົ້າອອກເມືອງດ້ວຍວິຊາເອເລັກໂຕນິກ ລວມມີ: ດ່ານຊາຍແດນທ່າອາກາດສະຍານສາກົນ ໂນ້ຍບ່າຍ, ເຕິນເຊີນເຍິດ, ກາມແຣງ, ດ່ານັ້ງ, ກາດບີ, ເກິ່ນເທີ, ຝຸກວັກ, ຝຸບ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ