ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ​ໂນ້ຍ​ບ່າຍ​ຜະ​ລິດ ​ຕູ້​ຂ້າ​ເຊື້ອ ທົ່ວ​ຮ່າງ​ກາຍເພື່ອປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ເຊື້ອ​ພະ​ຍາດ ​ສຳ​ເລັດ​ຜົນ

(VOVWORLD) -ວັນທີ 24 ມີນາ, ທ່າອາກາດສະຍານສາກົນໂນ້ຍບ່າຍໄດ້ນຳເອົາຕູ້ຂ້າເຊື້ອທົ່ວຮ່າງກາຍ ເພື່ອປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດ ມານຳໃຊ້ຢ່າງເປັນທາງການຢູ່ຫໍບໍລິຫານຂອງທ່າອາກາດສະຍານ. 
ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ​ໂນ້ຍ​ບ່າຍ​ຜະ​ລິດ ​ຕູ້​ຂ້າ​ເຊື້ອ ທົ່ວ​ຮ່າງ​ກາຍເພື່ອປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ເຊື້ອ​ພະ​ຍາດ ​ສຳ​ເລັດ​ຜົນ - ảnh 1ນຳເອົາຕູ້ຂ້າເຊື້ອ ທົ່ວຮ່າງກາຍເພື່ອປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດ ສຳເລັດຜົນ ມານຳໃຊ້ຢ່າງເປັນທາງການ (ພາບ:  nld.com.vn)

ນີ້ແມ່ນໝາກຜົນຂອງກຸ່ມບັນດານັກວິສະວະກອນໜຸ່ມຂອງສູນບໍລິການເຕັກນິກການບິນໂນ້ຍບ່າຍສັງກັດທ່າອາກາດສະຍານສາກົນໂນ້ຍບ່າຍຄົ້ນຄ້ວາແລະປະດິດສ້າງ.

ພາຍຫຼັງປະດິດສ້າງຕູ້ຂ້າເຊື້ອໜ່ວຍທຳອິດສຳເລັດ. ທ່າອາກາດສະຍານສາກົນ ຍັງຈະສືບຕໍ່ຄົ້ນຄ້ວາ, ທະວີຄູນອອກໃນວົງກ້ວາງເພື່ອເອົາໄປຕັ້ງຢູ່ຕາມບັນດາຫົວໜ່ວຍທີ່ຂຶ້ນກັບແລະພິເສດແມ່ນຢູ່ສະຖານີລົດໄຟເພື່ອຮັບໃຊ້ຜູ້ໂດຍສານ.

ຕອບກັບ

ຂ່າວ/ບົດ​ອື່ນ