ທ່າ​ອ່ຽງ​ຫັນ​ເປັນ​ດີ​ຈີ​ຕອນ ຊຸກ​ຍູ້​ເສດ​ຖະ​ກິດ ຫວຽດ​ນາ​ມ ເຕີບ​ໂຕ

(VOVWORLD) -   ພື້ນຖານເສດຖະກິດດີຈີຕອນຂອງ ຫວຽດນາມ ກຳລັງພັດທະນາໄວ ສາມາດຊ່ວຍນຳປະເທດກາຍເປັນພື້ນຖານເສດຖະກິດທີ່ມີລາຍຮັບສູງໃນປີ 2045.

      ເຖິງວ່າຈະມີສິ່ງທ້າທ່າຍທີ່ຕ້ອງຜ່ານຜ່າກໍ່ຕາມ, ແຕ່ວິວັດການພັດທະນານີ້ຈະນຳມາເຊິ່ງ ກາລະໂອກາດຫຼາຍຢ່າງໃຫ້ແກ່ການລົງທຶນໃນຂົງເຂດຕ່າງໆ. ບົດຂຽນທີ່ເອົາລົງໃນເວັບໄຊ eatspring.com (ສັງກັດ Prudential plc – UK) ໃນວັນທີ 10 ກຸມພາ ໄດ້ຢັ້ງຢືນວ່າ  ຫວຽດນາມ ເປັນທີ່ຮູ້ຈັກເຖິງ ດ້ວຍປະຊາກອນ “ທີ່ກຳລັງຢູູ່ໃນເກນ ອາຍຸອອກແຮງງານ”, ໃນນັ້ນປະຊາຊົນເກືອບ 56% ມີອາຍຸຕ່ຳກວ່າ 35 ປີ ເຊິ່ງ ແມ່ນອັດຕາສູງສຸດ ເມື່ອທຽບໃສ່ບັນດາປະເທດ ທີ່ມີລາຍຮັບຄ້າຍຄືກັນໃນພາກພື້ນ, ຫວຽດນາມ ຈະເລື່ອນອີກ 8 ຂັ້ນ, ຢືນຢູ່ອັນດັບທີ 18 ໃນຕາລະລາງຈັດອັນດັບທົ່ວໂລກ ກ່ຽວກັບ 30 ຕະຫຼາດທີ່ມີຜູ້ບໍລິໂພກຫຼາຍທີ່ສຸດກ່ອນປີ 2030.

        ຕາມບົດຂຽນແລ້ວ, ການຫັນເປັນດີຈີຕອນໃນປັດຈຸບັນ ພວມກາຍເປັນສິ່ງທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນຂອງຜູ້ບໍລິໂພກຢູ່ ຫວຽດນາມ. ພື້ນຖານເສດຖະກິດດີຈີຕອນພວມເຕີບໂຕຢູ່ໃນລະດັບ 2 ຕົວເລກ ແລະ ຍອດມູນຄ່າຂອງຕະຫຼາດຄາດວ່າຈະບັນລຸ 57 ຕື້ USD ໃນປີ 2025. ການຄ້າເອເລັກໂຕນິກ ຈະເປັນກຳລັງໜູນເຕີບໂຕອັນໃຫຍ່ຫຼວງທີ່ສຸດ, ຄາດວ່າຈະສ້າງລະດັບເຕີບໂຕສູງກວ່າ 25% ໃນແຕ່ລະປີ ແລະ ມີມູນຄ່າຕະຫຼາດແມ່ນ 35 ຕື້ USD ໃນປີ 2025 ເທົ່າກັບ 1/10 ຍອດມູນຄ່າຕົວເລກທຸລະກິດຂາຍຍ່ອຍຕາມວິໄສທັດໄລຍະຍາວ ຂອງ ຫວຽດນາມ. ນັບມື້ນັບມີນັກລົງທຶນຕ່າງປະເທດຫຼາຍຄົນມາຊອກຫາກາລະໂອກາດລົງທຶນເຂົ້າພື້ນຖານການຄ້າເອເລັກໂຕນິກຂອງ ຫວຽດນາມ. ການຄ້າເອເລັກໂຕນິກຂອງ ຫວຽດນາມ ໄດ້ຮັບການຊຸກຍູ້ຍ້ອນທ່າອ່ຽງຫັນເປັນດີຈີຕອນ ແລະ ສົມທົບກັບແຫຼ່ງທຶນທີ່ເພີ່ມຂຶ້ນໄວນັ້ນ, ພວມຢູ່ໃນທ່າບັນລຸລະດັບເຕີບໂຕສູງ.


ຕອບກັບ

ຂ່າວ/ບົດ​ອື່ນ