ທຳນຽບ 5 ແຈ ປະກາດແຜນການຊື້ອາວຸດໃນ5ປີຈະມາເຖິງ

ທຳນຽບ 5 ແຈ ປະກາດແຜນການຊື້ອາວຸດໃນ5ປີຈະມາເຖິງ - ảnh 1
ທຳ​ນຽບ 5 ແຈ
ພາບ:biendao24

(vovworld)- ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ  Ashton Carter ຫາກໍ່​ປະ​ກາດ​ແຜນ​ການ​ຂອງ ທຳ​ນຽບ 5 ແຈ ກ່ຽວ​ກັບ​ການ​ຊື້​ອາ​ວຸດ​ຕື່ມ​ອີກ​ໃຫ້​ບັນ​ດາ​ກຳ​ປັ່ນ​ທະ​ຫານ​ເຮືອ, ເຮື​ອ​ບິນ ແລະ ອາ​ວຸ​ດ​ປະ​ເພ​ດ​ອື່​ນ ໃນຮອບ​ເວ​ລາ 5 ປີ​ຈະ​ມາ​ເຖິງ, ງົບ​ປະ​ມານ​ປ້ອງ​ກັນ​ຊາດ​ໃນ​ປີ​ການ​ເງິນ 2017 ຂອງ​ລັດ​ຖະ​ບານ ອາ​ເມ​ລິ​ກາ ຈະ​ລວມ​ມີ ບ້ວງ​ການ​ເງິນ​ເພື່ອ​ຊື້​ກຳ​ປັ່ນ​ດຳ​ນ້ຳ​ຕື່ມ​ອີກ 9 ລຳ ແລະ ກຳ​ປັ່ນ​ຂັບ​ໄລ່10 ລຳນອກນັ້ນ ທຳ​ນຽບ 5 ແຈ ຈະ​ຜັນ​ຂະ​ຫຍາຍ​ແຜນ​ການ​ຊື້​ເຮືອ​ຮົບ​ຕື່ມ​ອີກ 10  ລຳ.   ຄຽງ​ຄູ່​ກັນ​ນັ້ນ ງົບ​ປະ​ມານ​ປ້ອງ​ກັນ​ຊາດ​ປີ​ການ​ເງິນ 2017 ຈະ​ສະ​ຫງວນ 2,9 ຕື້ USD ໃນ 5 ປີ​ຈະ​ມາ​ເຖິງ ເພື່ອ​ຊື້​ອຸ​ປະ​ກອນ​​ຕື່ມ​ອີກໃຫ້​ບັນ​ດາ​ກຳ​ລັງ​ອາ​ເມ​ລິ​ກາ.

 

ຂ່າວ/ບົດ​ອື່ນ