ທຳນຽບ5ແຈກຽມພ້ອມບຸກໂຈມຕີທາງອາກາດISໃນຜືນແຜ່ນດິນຊີຣີ

ທຳນຽບ5ແຈກຽມພ້ອມບຸກໂຈມຕີທາງອາກາດISໃນຜືນແຜ່ນດິນຊີຣີ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama
(ພາບ: Getty)

(vovworld) – ​ວົງ​ການ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂ່າວ​ໄດ້​ປະ​ກາດ​ບັນ​ດາ​ວິ​ທີ​ການ ແລະ ບັນ​ດາ​ເປົ້າ​ໝາຍ​ລ້ວນ​ແຕ່​ໄດ້​ກຽມ​ພ້ອມ​ໃຫ້​ແກ່​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຕ້ານ​ກຳ​ລັງ “ລັດ​ອິດ​ສະ​ລາມ” (IS) ​ໂດຍ​ຂະ​ໜານ​ນາມ​ເອງໃນ​ຜືນ​ແຜ່ນ​ດິນ ຊີ​ຣີ ແລະ ພຽງ​ແຕ່​ລໍ​ຖ້າ​ຄຳ​ສັ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama.

        ກ່າວ​ຄຳ​ເຫັນ​ທີ່​ການ​ອະ​ພິ​ປາຍ​ໃນ​ວັນ​ທີ 18/9, ຕໍ່​ໜ້າກ​ຳ​ມາ​ທິ​ການ​ກຳ​ລັງ​ທະ​ຫານ​ສະ​ພາ​ຕ່ຳ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Chuck Hagel ໃຫ້​ຮູ້​ວ່າ: ທ່ານ ແລະ ປະ​ທານ​ສະ​ພາ​ເສ​ນາ​ທິ​ການ​ໃຫຍ່​ກຳ​ລັງ​ທະ​ຫານ​ປະ​ສົມ ອາ​ເມ​ລິ​ກາ, ນາຍ​ພົນ Martin Dempsey ໄດ້​ເຫັນ​ດີ​​ລົງ​ນາມ​ໃນ​ແຜນ​ການ​ບຸກ​ໂຈມ​ຕີ IS ໃນ​ຜືນ​ແຜ່ນ​ດິນ​ຂອງ ຊີ​ຣີ ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ທຳ​ນຽບ​ຂາວ. ໃນ​ອາ​ທິດນີ້, ຫົວ​ໜ້າ​ກອງ​ບັນ​ຊາ​ການ​ສ​ູນ​ກາງ (CENTCOM), ນາຍ​ພົນ Lloyd Austin ກໍ່​ສະ​ເໜີ​ໂດຍ​ກົງ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ກ່ຽວ​ກັບ​ແຜນ​ການ​ບຸກ​ໂຈມ​ຕີ​ບັນ​ດາ​​ເປົ້າ​ໝາຍ​ຂອງ IS ຢູ່ ຊີ​ຣີ, ໃນ​ນັ້ນ​ມີ​ບັນ​ດາ​ກອງ​ບັນ​ຊາ​ການ, ສູນ​ພາ​ລະ​ທິ​ການ ແລະ ພື້ນ​ຖານ​ໂຄງ​ລ່າງ.

        ໃນ​ຂະ​ນະ​ທີ່ ປ​ະ​ທາ​ນາ​ທິ​ບໍ​ດີ Barack Obama ບໍ່​ທັນ​ເຊັນ​ຂໍ້​ຕົ​ກ​ລົ​ງ​ອະ​ນຸ​ຍາດ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ເຂົ້າ​ຜືນ​ແຜ່ນ​ດິນ ຊີ​ຣີ, ບັນ​ດາ​ເຮືອ​ບິ​ນ​ສອບ​ແນມ​ຂອງ ອາ​ເມ​ລິ​ກາ ຍັງ​ຄົງ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ຖ້ຽວ​ບິນສອບ​ແນມ​ສະ​ພາບ​ການ​ໃນ​ເຂດ​ນານ​ຟ້າ ຊີ​ຣີ ເພື່ອ​ແນ​ໃສ່​ກຳ​ນົດ​ບັນ​ດາ​​ເປົ້າ​ໝາຍ, ພິ​ເສດ​ແມ່ນ​ບ່ອນ​ຕັ້ງ​ທັບ​ຂອງ​ການ​ນຳ​ກຸ່ມ IS.



ຂ່າວ/ບົດ​ອື່ນ