ທຳນຽບຂາວກ່າວເຕືອນຈີນບໍ່ຄວນເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ ເຄັ່ງຕຶງຂຶ້ນ

ທຳນຽບຂາວກ່າວເຕືອນຈີນບໍ່ຄວນເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ ເຄັ່ງຕຶງຂຶ້ນ   - ảnh 1
ໂຄສົກທຳນຽບຂາວ Jay Carney   (ພາບ: AP)

(vovworld)- ວັນ​ທີ 16/5 ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ອີກ​ເທື່ອ​ໜຶ່ງ​ໄດ້​ກ່າວ​​ເຕືອນ​ຈີນ​ບໍ່​ຄວນ​ເຮ​ັດ​ໃຫ້ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນອອກເຄັ່ງ​ຕຶງ​ຂຶ້ນ. ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 16/5, ​ໂຄສົກທຳນຽບຂາວ Jay Carney ​ໄດ້​ຖື​ວ່າ ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢູ່​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ​ທີ່​ມີ​ອະທິປະ​ໄຕ ​ແມ່ນ​ການ​ກະທຳ​ເກາະ​ຜິດ, ພ້ອມ​ທັງ​ກ່າວ​ເຕືອນ​ປັກ​ກິ​ງບໍ່​ຄວນ​ສືບ​ຕໍ່​ກໍ່​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ໃນ​ພາກ​ພື້ນ. ໂຄສົກທຳນຽບຂາວ Jay Carney ​ໃຫ້​ຮູ້​ວ່າ ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢູ່​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ​ທີ່​ມີ​ອະທິປະ​ໄຕ ​ແມ່ນ​ການ​ກະທຳ​ເກາະ​ຜິດ, ທຳລາຍ​ເປົ້າ​ໝາຍ​ທີ່​ພວກ​ຂ້າພະ​ເຈົ້າ​ພ້ອມ​ກັນ​ແບ່ງປັນ, ນັ້ນ​ແມ່ນ​ແກ້​ໄຂ​ການ​ຂັດ​ແຍ້​ງນີ້​ດ້ວຍ​ມາດ​ຕະການ​ໂດຍ​ສັນຕິ​ວິທີ, ​ເພື່ອ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. 

ຂ່າວ/ບົດ​ອື່ນ