ທຳນຽບຂາວກຳນົດຈຸດເວລາອອກແຈ້ງການກ່ຽວກັບການຢ້ຽມຢາມກຸຍບາຂອງປະທານາທີບໍດີObama

ທຳນຽບຂາວກຳນົດຈຸດເວລາອອກແຈ້ງການກ່ຽວກັບການຢ້ຽມຢາມກຸຍບາຂອງປະທານາທີບໍດີObama - ảnh 1
ຮອງ​ທີ່​ປຶກ​ສາ​ດ້ານ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ອາ​ເມ​ລິ​ກາ Ben Rhodes
(ພາບ​ປະ​ກອບ​ອີນ​ເຕີ​ແນັດ)


(vovworld) –​ ວັນ​ທີ 02/01, ຮອງ​ທີ່​ປຶກ​ສາ​ດ້ານ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ອາ​ເມ​ລິ​ກາ Ben Rhodes ໃຫ້​ຮູ້​ວ່າ, ໃນ 2 – 3 ເດືອນ​ຈະ​ມາ​ເຖິງ, ​ທຳນຽບ​ຂາວ​ຈະ​​ມີ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ກຸຍ​ບາ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama, ພ້ອມ​ທັງ​ສະ​ແດງ​ຄວາມ​ປາ​ດ​ຖະ​ໜາ​ວ່າ 2 ປະ​ເທດ​ຈະ​ມີ​ບັນ​ດາ​ບາດ​ກ້າວ​ເພື່ອ​ຮັບ​ປະ​ກັນ​ວິ​ວັດ​ການ “​ແກ້​ໄຂ” ການ​ພົວ​ພັນ​ 2 ຝ່າຍ​. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າ​ວ, ທ່ານ Ben Rhodes, ຜູ້​ທີ່​ຖືກ​ຖື​ວ່າ​ມີ​ບົດ​ບາດ​ຫຼັກ​ແຫຼ່ງ​ໃນ​ວິ​ວັດ​ການ​ຫັນ​ປ່ຽນ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ ສຳ​ລັບ​ກຸຍ​ບາ, ນັ້ນ​ໜັກ​ເຖິງ​ການ​ທົດ​ລອງ​ສຳ​ຄັນ​ສຳ​ລັບ​ອາ​ເມ​ລິ​ກາ ນັ້ນ ແມ່ນບໍ່​ຮູ້​ໄດ້​ວ່າ ການ​ຢ້ຽມ​ຢາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Obama ອາດ​ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ບັນ​ດາ​ຂົງ​ເຂດ​ເຊິ່ງ​ອາ​ເມ​ລິ​ກາ ​ບຸ​ລິ​ມະ​ສິດ​ໄດ້ ຫຼື ບໍ່. ທ້າຍ​ປີ 2015, ​ປະ​ທາ​ນາ​ທິ​ບໍ​ດີ Obama ເຄີຍ​ເປີດ​ເຜີຍ​ຄຳ​ຖະ​ແຫຼງວ່າ ທ່ານ​ຢາກ​​ໄປ​ຢ້ຽມ​ຢາມ​ປະ​ເທດ​ເກາະ Caribean ກ່ອນ​ທີ່​ລາ​ອອກ​ຈາກ​ນຳ​ແໜ່ງ​ໃນ​ຕົ້ນ​ປີ 2017. ຖ້າ​ຫາກ​ ​ການ​ຢ້ຽມ​ຢາມ​ຄື​ແນວນັ້ນ, ​ໄດ້​ຮັບ​ການ​ປະ​ຕິ​ບັດ ມັນ​ຈະ​ແມ່ນ​ເຫດ​ການ​ປະ​ຫວັດ​ສາດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ