ທຳນຽບຂາວຊັ່ງຊາຕໍ່ເລື່ອງປະກາດໃຊ້ລັດຖະດຳລັດອົບພະຍົບໃໝ່

ທຳນຽບຂາວຊັ່ງຊາຕໍ່ເລື່ອງປະກາດໃຊ້ລັດຖະດຳລັດອົບພະຍົບໃໝ່ - ảnh 1
ທ່ານ Stephen Miller ຜູ້​ຊ່ວຍ​ວຽກ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ
(ພາບ: AFP/TTXVN)

(vovworld) – ​ ​ ວັນ​ທີ 12/02 ທຳນຽບຂາວຮັບ​ຮອງ​ວ່າ ພວມ​ຊັ່ງຊາຕໍ່​ເລື່ອງ​ປະກາດ​ໃຊ້​ລັດຖະດຳລັດ​ອົບພະຍົບ​ໃໝ່, ​ໃນ​ສະພາວະ​ລັດຖະດຳລັດອຳນາດ​ບໍລິຫານ​ກ່ຽວ​ກັບ​ເລື່ອງຫ້າມຊາວ​ອົບ​ພະ​ຍົບ​ເຂົ້າ​ເມືອງ​ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ຖືກ​​ບັນດາ​ສານ​ຢູ່ ອາ​ເມ​ລິ​ກາ ສະກັດ​ກັ້ນ. ກ່າວ​ຄຳ​ເຫັນ​​ໃນ​ຊ່ອງ​ໂທລະພາບ Fox News, ທ່ານ Stephen Miller ຜູ້​ຊ່ວຍ​ວຽກ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ລັດຖະບານ ອາ​ເມ​ລິ​ກາ ພວມ​ຄາດ​ຄະ​ເນ​ວ່າ ຈະ​ດຳ​ເນີນ​ບາງ​ມາດ​ຕະການ​ໃໝ່ ກໍ່​ຄື​ມາດ​ຕະການ​ເພີ່ມ​ເຕີ່​ມ ​ເພື່ອ​ຮັບປະກັນ​ວ່າ ຊາວ​ອົບ​ພະຍົບ​ເຂົ້າ​ເມືອງ​ບໍ່​ແມ່ນ​ພາຫະນະ ​ເພື່ອ​ໃຫ້​ ອາ​ເມ​ລິ​ກາ ຮັບ​ເອົາບັນດາ​ເປົ້າ​ໝາຍທີ່​ເປັນ​ປໍ​ລະ​ປັກ​ກັບ​ປະ​ເທດ ​ແລະ ບັນດາຄູ​ນຄ່າຂອງ​ ອາ​ເມ​ລິ​ກາ. ນີ້​ແມ່ນ​ສານ ​ເຊິ່ງອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ ຢາກ​​ໃຫ້ໂລກ​ຮັບ​ຟັງ. ທ່ານ Miller ​ເນັ້ນ​ໜັກ​ວ່າ ລັດຖະບານ ອາ​ເມ​ລິ​ກາ ຈະ​ປ້ອງ​ກັນ​ບັນດາ​ເສັ້ນ​ຊາຍ​ແດນ ​ແລະ ປະຊາຊົນ​ຂອງ​ຕົນ, ພ້ອມ​ທັງ​ຢືນຢັນ​ວ່າ ​ປະທານາທິບໍ​ດີ Donald Trump ມີ​ສິດ​ສະກັດ​ກັ້ນ​ບາງ​ເປົ້າ​ໝາຍ​ເຂົ້າ ອາ​ເມ​ລິ​ກາ ​ແລະ ສິດອຳນາ​​ດ​ຂອງ ປະທານາທິບໍດີ​ໃນ​ບັນຫາ​ນີ້ ​ແມ່ນບໍ່​ອາດ​ໂຕ້​ຖຽງ​ກັນ​ໄດ້.

ຂ່າວ/ບົດ​ອື່ນ