ທຳນຽບຂາວຍອມຮັບຄວາມຈຳເປັນເພື່ອຄວບຄຸມບັນດາອົງການສືບລາຊະການລັບ

ທຳນຽບຂາວຍອມຮັບຄວາມຈຳເປັນເພື່ອຄວບຄຸມບັນດາອົງການສືບລາຊະການລັບ - ảnh 1
ໂຄສົກ​ທຳນຽບຂາວ ທ່ານ Jay Carney
(ພາບຈາກອີນເຕີເນັດ)

(vovworld) – ຕໍ່ໜ້າ​ກະ​ແສ​ຟອງ​ຕຳ​ນິຕິ​ຕຽນ​ຈາກ​ບັນດາ​ປະ​ເທດ​ພັນທະ​ມິດ ​ແລະ ການ​ຄັດ​ຄ້ານ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ, ວັນ​ທີ 28/10, ອຳນາດ​ການ​ປົກຄອງຂອງ ປະທານ​າທິບໍດີ Barack Obama ​ໄດ້​ອອກສຽງ​ຍ​ອມຮັບ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ມີ​ການ​ຄວບ​ຄຸມສຳລັບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ສືບ​ລາຊະການ​ລັບ​ຂອງ ອາ​ເມ​ລິ​ກາ. ​ໂຄສົກ​ທຳນຽບຂາວ ທ່ານ Jay Carney ​ໃຫ​້ຮູ້​ວ່າ: ທຳນຽບຂາວ​ພວມ​ກວດກາ​ຄືນ​ບັນດາ​ຄວາມ​ສາມາດ​ຊອບ​ແນມ​ຂອງ ອາ​ເມ​ລິ​ກາ ​ແລະ ຄາ​ດວ່າ​ຈະ​ສຳ​ເລັດ​ວຽກ​ງານ​ນີ້ໃນ​ທ້າຍ​ປີ. ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ອາ​ເມ​ລິ​ກາ ທ່ານ​ນາງ Susan Rice ກໍ່​ໄດ້​ຝາກ​ສານ​ໃນ​ເຄືອ​ຂ່າຍ ອິນ​ເຕີ​ເນັ​ດ ​ເວົ້າ​ເຖິງ​ອັນ​ທີ່​ທ່າ​ນນາງ​​ເອີ້ນ​ວ່າ “ຄວາມ​ດູ​ນດຽງ​ທີ່​ເໝາະ​ສົມ” ​ເຊິ່ງຕາມ​ນັ້ນ​ແລ້ວ ອາດ​ຈະ​ມີ​ການ​ປ່ຽນ​ແປງ​ສຳລັບ​ຂອບ​ຂະໜາດ​ຂອງ​ລາຍການ​ສອບ​ແນມ​ເອ​ເລັກ​ໂຕ​ນິກ​ໃນ​ປະຈຸ​ບັນ​ຂອງ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ