ທຳນຽບຂາວປະກາດລາຍລະອຽດກ່ຽວກັບແຜນການປະຕິບັດງານຢູ່ ອາຊີ ຂອງທ່ານປະທານາທິບໍດີ ອາເມລິກາ D.Trump

(VOVWORLD) - ການນຳ ອາເມລິກາ ແລະ ພັນລະຍາ ທ່ານນາງ Melania Trump ຈະໄປຮອດຮ່າໂນ້ຍ ພາຍຫຼັງເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ດ່ານັ້ງ 

ທຳນຽບຂາວປະກາດລາຍລະອຽດກ່ຽວກັບແຜນການປະຕິບັດງານຢູ່ ອາຊີ ຂອງທ່ານປະທານາທິບໍດີ ອາເມລິກາ D.Trump - ảnh 1 ທ່ານ ຫງວຽນຊວນຟຸກ ແລະ ທ່ານ Donald Trump ໃນການພົບປະຢູ່ ວໍຊີງຕັນ

(ພາບ:  Reuters)

ວັນທີ 16 ຕຸລາ, ທຳນຽບຂາວ ໄດ້ປະກາດແຜນການອັບເດັດກ່ຽວກັບການປະຕິບັດງານຢູ່ ອາຊີ ໃນໄລຍະຈະມາເຖິງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ໃນນັ້ນ ໃຫ້ຮູ້ວ່າ: ການນຳ ອາເມລິກາ ແລະ ພັນລະຍາ ທ່ານນາງ Melania Trump ຈະໄປຮອດຮ່າໂນ້ຍ ພາຍຫຼັງເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ດ່ານັ້ງ ໃນເດືອນພະຈິກຈະມາເຖິງ. ແຜນການຂອງທ່ານປະທານາທິບໍດີ Trump ຈະຢ້ຽມຢາມ ຍີ່ປຸ່ນ, ສ. ເກົາຫຼີ, ຈີນ, ຫວຽດນາມ, ຟີລິບປິນ ແລະ Hawaii (ປະເທດ ອາເມລິກາ) ແຕ່ວັນທີ 3 – 14 ພະຈິກ ຈະມາເຖິງ. ການຢ້ຽມຢາມເພື່ອແນໃສ່ເນັ້ນໜັກຄຳໝັ້ນສັນຍາຂອງທ່ານປະທານາທິບໍດີ ທີ່ມີຕໍ່ບັນດາການພົວພັນພັນທະມິດ ແລະ ຄູ່ຮ່ວມມືຍາວນານຂອງ ອາເມລິກາ, ພ້ອມທັງຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີ ແລະ ເປີດອົກເປີດໃຈ.

        ວັນທີ 10  ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະມາຮອດ ດ່ານັ້ງ (ຫວຽດນາມ) ເຂົ້າຮ່ວມກອງປະຊຸມສຸດຍອດ APEC ແລະ ມີບົດກ່າວປາໄສທີ່ກອງປະຊຸມບັນດາຜູ້ອຳນວຍການໃຫຍ່ວິສາຫະກິດຂອງ APEC. ພາຍຫຼັງເດີນທາງອອກຈາກດ່ານັ້ງ, ທ່ານ Trump ຈະໄປຍັງ ຮ່າໂນ້ຍ ໃນວັນທີ 11 ພະຈິກ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ