ທຳນຽບຂາວຢືນຢັນຄຳ ໝັ້ນສັນຍາດຸນດຽງ ບັນດາການໃຫ້ບຸລິ ມະສິດຕໍ່ພາກພື້ນ ອາຊີ-ປາຊີຟິກຄືນໃໝ່


ທຳນຽບຂາວຢືນຢັນຄຳ ໝັ້ນສັນຍາດຸນດຽງ ບັນດາການໃຫ້ບຸລິ ມະສິດຕໍ່ພາກພື້ນ ອາຊີ-ປາຊີຟິກຄືນໃໝ່ - ảnh 1
ທ່ານາງ Susan Rice

(ພາບ: voatiengviet.com )

 (vovworld)-  ທ່ານນາງ Susan Rice ທີ່​ປຶກສາ​ດ້ານປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຢືນຢັນ​ວ່າ: ອາ​ເມ​ລິ​ກາ​ ຍັງ​ຮັກສາ​ຄຳ​ໝັ້ນສັນຍາ​ດຸນ​ດຽງບັນດາ​ການ​ໃຫ້​ບຸລິມະສິດ​ດ້ານ​ເສດຖະກິດ ​ແລະ ການ​ປ້ອງ​ກັນ​ຄວາມ​ສະຫງົບ​ທີ່​ມີ​ຕໍ່ພາກພື້ນອາຊີ-ປາຊີຟິກຄືນ​ໃໝ່ ພ້ອມ​ທັງ​ປະກາດ​ແຜນການຢ້ຽມຢາມ​ອາຊີ ​ໃນ​ເດືອນ 4/2014 ຈະ​ມາ​ເຖິງຂອງ​ທ່ານ​ປະທານາທິບໍດີ Barack.

  ວັນ​ທີ 21/11, ກ່າວ​ຄຳ​ເຫັນ​ຢູ່​ມະຫາວິທະຍາ​ໄລ Georgetown ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ, ທ່ານາງ Susan Rice ປະກາດ​ວ່າ ​ເຖິງ​ວ່າ​ເກີດ​ຄວາມ​ເຄັ່ງ​ຕຶງ​ຢູ່​ແຫ່ງ​ຕ່າງໆ​ກໍ່ຕາມ​ແຕ່​ອາ​ເມ​ລິ​ກາ​ ຍັງ​ຈະ “ສືບ​ຕໍ່​ໃຫ້​ຄຳໝັ້ນສັນຍາ​ຮ່ວມ​ມື​ໃນ​ໄລຍະ​ຍາວ​ນານ​ກັບ​ພາກ​ພື້ນ​ສຳຄັນ​ພິ​ເສດ​ນີ້“. ທ່ານນາງ Susan Rice ​ເນັ້ນໜັກ​ວ່າ: “ບັນດາ​ເພື່ອນ​ຂອງ​ອາ​ເມ​ລິ​ກາ ຢູ່​ອາຊີ ສົມ​ທີ່​ຈະ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ສູງ​ສຸດຂອງ​ວໍ​ຊິງ​ຕັນ“. ນີ້​ແມ່ນ​ບົດ​ກ່າວ​ປາ​ໄສ​ສຳຄັນ​ທຳ​ອິດ​ຂອງ​ເຈົ້າໜ້າ​ທີ່​ອັນ​ດັບ​ໜຶ່ງ​ຂອງ​ທຳນຽບຂາວ ກ່ຽວ​ກັບ​ນະ​ໂຍບາຍ​ອາຊີ-​ປາຊີ​ຝິກ ນັບ​ແຕ່ປະທານາທິບໍດີ Barack Obama ຍົກ​ເລີກ​ການ​ຢ້ຽມຢາມ ​ແລະ ​ເຂົ້າຮ່ວມ​ກອງ​ປະຊຸມ​ສຳຄັນ​ຄັ້ງຕ່າງໆ​ຢູ່​ອາຊີ​ເມື່ອ​ເດືອນ 10/2013 ຜ່ານ​ມາຍ້ອນ​ລັດຖະບານ​ອາ​ເມ​ລິ​ກາ ​ຕ້ອງປິດ​ປະຕູ​ໃນ​ເວລາ 16 ວັນຊື່​ງ​ກ່ຽວຂ້ອງ​ເຖິງ​ບັນຫາ​ໜີ້​ສາທາລະນະ./.

ຂ່າວ/ບົດ​ອື່ນ