ທຳນຽບຂາວໄດ້ສະແດງສັນຍານເຫັນດີເຫັນພ້ອມ ເພື່ອໃຫ້ລັດຖະບານເປີດປະຕູຄືນໃໝ່

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະແດງສັນຍານເຫັນດີເຫັນພ້ອມກັບຝ່າຍປະຊາທິປະໄຕຢູ່ສະພາແຫ່ງຊາດ ແນໃສ່ຢຸດຕິສະພາບລັດຖະບານ ອາເມລິກາ ປິດປະຕູສ່ວນໜຶ່ງ ເຊິ່ງປັດຈຸບັນໄດ້ກ້າວເຂົ້າສູ່ອາທິດທີ 3 ຕິດຕໍ່ກັນ. 
ທຳນຽບຂາວໄດ້ສະແດງສັນຍານເຫັນດີເຫັນພ້ອມ ເພື່ອໃຫ້ລັດຖະບານເປີດປະຕູຄືນໃໝ່ - ảnh 1  ທ່ານປະທານາທິບໍດີ Donald Trump  (ພາບ: AFP/ TTXVN)

ວັນທີ 06 ມັງກອນ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Donald Trump ຍັງຄົງຢຶດໝັ້ນຢັ້ງຢືນວ່າ ຕ້ອງກໍ່ສ້າງກຳແພງຊາຍແດນກັບ ເມັກຊີໂກ, ແຕ່ທ່ານຖືວ່າ ວັດສະດຸທີ່ໃຊ້ເພື່ອກໍ່ສ້າງອາດຈະເຮັດດ້ວຍເຫຼັກກ້າເພື່ອທົດແທນການເຮັດດ້ວຍເບຕົງ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ອາດຈະປະກາດສະພາວະສຸກເສີນລະດັບຊາດ ເພື່ອກໍ່ສ້າງກຳແພງຊາຍແດນ ເຊິ່ງບໍ່ຕ້ອງໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ.

        ໄປຄຽງຄູ່ກັນນັ້ນ, ທ່ານປະທານາທິບໍດີ Donald Trump ກໍ່ໃຫ້ຮູ້ວ່າ: ການເຈລະຈາດ້ານການຄ້າກັບ ປັກກິ່ງ ພວມມີບາດກ້າວຄືບໜ້າດີ ແລະ ທ່ານສະແດງໃຫ້ເຫັນຄວາມເຊື່ອໝັ້ນວ່າ 2 ຝ່າຍຈະບັນລຸໄດ້ຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ