ທຳ​ນຽບ​ຂຽວ ຮຽກ​ຮ້ອງໃຫ້ ສ​ປ​ປ.ເກົາຫຼີ ຮ່ວມ​ສືບ​ສວນ​ກ່ຽວ​ກັບ​ເຫດ​ການ​ເຈົ້າ​ໜ້າ​ທີ່ ສ.ເກົາຫຼີ ຖືກ​ຍິງເສຍຊີ​ວິດ

(VOVWORLD) -ວັນທີ 27 ກັນຍາ, ທຳນຽບປະທານາທິບໍດີ ສ.ເກົາຫຼີ (ທຳນຽບຂຽວ) ຮຽກຮ້ອງໃຫ້ ສປປ.ເກົາຫຼີ ດຳເນີນການສືບສວນຮ່ວມກ່ຽວກັບເຫດການດັ່ງກ່າວ, ກໍຄືຮຽກຮ້ອງໃຫ້ເປີດຊ່ອງທາງຕິດຕໍ່ລະຫວ່າງກອງທັບສອງປະເທດ ເພື່ອປຶກສາຫາລືກ່ຽວກັບບັນດາວຽກງານທີ່ກ່ຽວຂ້ອງ.
ທຳ​ນຽບ​ຂຽວ ຮຽກ​ຮ້ອງໃຫ້ ສ​ປ​ປ.ເກົາຫຼີ ຮ່ວມ​ສືບ​ສວນ​ກ່ຽວ​ກັບ​ເຫດ​ການ​ເຈົ້າ​ໜ້າ​ທີ່ ສ.ເກົາຫຼີ ຖືກ​ຍິງເສຍຊີ​ວິດ - ảnh 1ທ່ານ  Kang Min-seok ໂຄສົກທຳນຽບປະທານາທິບໍດີ ສ.ເກົາຫຼີ (ພາບ: Yonhap/TTXVN )

ເນື່ອງຈາກວ່າ ວັນທີ 24 ກັນຍາ ຜ່ານມາ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ຢັ້ງຢືນວ່າ ສປປ.ເກົາຫຼີ ໄດ້ຍິງເຈົ້າໜ້າທີ່ການປະມົງຄົນໜຶ່ງຂອງ ສ.ເກົາຫຼີ ເສຍຊີວິດ ແລະ ຖືກຫາຍສາບສູນໃນຕົ້ນອາທິດຜ່ານມາ. ວັນທີ 27 ກັນຍາ, ທຳນຽບປະທານາທິບໍດີ ສ.ເກົາຫຼີ (ທຳນຽບຂຽວ) ຮຽກຮ້ອງໃຫ້ ສປປ.ເກົາຫຼີ ດຳເນີນການສືບສວນຮ່ວມກ່ຽວກັບເຫດການດັ່ງກ່າວ, ກໍຄືຮຽກຮ້ອງໃຫ້ເປີດຊ່ອງທາງຕິດຕໍ່ລະຫວ່າງກອງທັບສອງປະເທດ ເພື່ອປຶກສາຫາລືກ່ຽວກັບບັນດາວຽກງານທີ່ກ່ຽວຂ້ອງ. ເມື່ອແຈ້ງໃຫ້ບັນດານັກຂ່າວຮັບຊາບກ່ຽວກັບໝາກຜົນທີ່ບັນລຸໄດ້ ພາຍຫຼັງກອງປະຊຸມທີ່ມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in, ທ່ານ Suh Choo – suk ຮອງຜູ້ອຳນວຍການຫ້ອງວ່າການປ້ອງກັນຄວາມສະຫງົບແຫ່ງຊາດ ສ.ເກົາຫຼີ ໃຫ້ຮູ້ວ່າ ລັດຖະບານປະເທດນີ້ໄດ້ໃຫ້ການຕີລາຄາຢ່າງຕັ້ງໜ້າຕໍ່ຄຳຂໍໂທດຢ່າງໄວວາ ແລະ ໃຫ້ຄຳໝັ້ນສັນຍາຈະສະກັດກັ້ນຄວາມສ່ຽງທີ່ກໍ່ໃຫ້ເກີດບັນດາເຫດການທີ່ຄ້າຍຄືກັນແບບນີ້ຄືນໃໝ່ ເຊິ່ງຝ່າຍ ສປປ.ເກົາຫຼີ ໄດ້ຍົກອອກມາ. ລັດຖະບານ ສ.ເກົາຫຼີ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຊອກຫາຊາກສົບຂອງເຈົ້າໜ້າທີ່ຄົນດັ່ງກ່າວ ແລະ ບັນດາຊັບສົມບັດທີ່ກ່ຽວຂ້ອງ ເພື່ອຮັບໃຊ້ແກ່ການສືບສວນ.


ຕອບກັບ

ຂ່າວ/ບົດ​ອື່ນ