ນັກກິລາ ເຢືອງຖູຍວີ ຍາດໄດ້ຫຼຽນຄຳ ໃນການແຂ່ງຂັນຊິງຊະນະເລີດ wushu ໂລກປີ 2017

(VOVWORLD) - ໂດຍເຂົ້າຮ່ວມໃນລາຍການທີ່ເປັນຄວາມຊຳນານຂອງຕົນ, ເຢືອງຖູ໋ຍວີ ໄດ້ແຂ່ງຂັນຢ່າງດີເລີດ ແລະ ຍາດໄດ້ 9,64 ຄະແນນ
ນັກກິລາ ເຢືອງຖູຍວີ ຍາດໄດ້ຫຼຽນຄຳ ໃນການແຂ່ງຂັນຊິງຊະນະເລີດ wushu ໂລກປີ 2017 - ảnh 1ເຢືອງຖູຍວີ ສະແດງທີ່ການແຂ່ງຂັນ

ນັກມວຍ ເຢືອງຖູ໋ຍວີ ຄ້ວາໄດ້ຫຼຽນຄຳ ທີ່ການແຂ່ງຂັນຊິງຊະນະເລີດ wushu ໂລກ ປີ 2017 ພວມຈັດຕັ້ງຢູ່ Kazan, ປະເທດລັດເຊຍ. ໂດຍເຂົ້າຮ່ວມໃນລາຍການທີ່ເປັນຄວາມຊຳນານຂອງຕົນ, ເຢືອງຖູ໋ຍວີ ໄດ້ແຂ່ງຂັນຢ່າງດີເລີດ ແລະ ຍາດໄດ້ 9,64 ຄະແນນ, ຫຼາຍກ່ວານັກກິລາທີ່ຄ້ວາໄດ້ຫຼຽນເງິນແມ່ນ Seo Heeju (ສປປ ເກົາຫຼີ) 0,01 ຄະແນນ. ນອກຈາກຫຼຽນຄຳຂອງນັກກິລາ ເຢືອງຖູຍວີ ແລ້ວ, ທິມມວຍ Wushu ຫວຽດນາມ ຍັງຍາດໄດ້ຫຼຽນເງິນອີກຂອງນັກກິລາ ເຈີ່ນທິແຄ໋ງລີ ດ້ວຍ 9,55 ຄະແນນ.

ຕອບກັບ

ຂ່າວ/ບົດ​ອື່ນ