ນັກກິລາກວ່າ 600 ຄົນເຂົ້າຮ່ວມການແຂ່ງຂັນຊ່ວງເຮືອຊີງແຊັມ ອາຊີຕາເວັນອອກສ່ຽງໃຕ້ ຢູ່ ຫາຍຟ່ອງ

(VOVWORLD) - ການແຂ່ງຂັນມີການເຂົ້າຮ່ວມຂອງນັກກິລາ, ຄູ່ຝຶກກວ່າ 600 ຄົນ ທີ່ມາຈາກ 7 ປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້
ນັກກິລາກວ່າ 600 ຄົນເຂົ້າຮ່ວມການແຂ່ງຂັນຊ່ວງເຮືອຊີງແຊັມ ອາຊີຕາເວັນອອກສ່ຽງໃຕ້ ຢູ່ ຫາຍຟ່ອງ - ảnh 1(ທ່ານນາງ ເຈິ່ນທິຮ່ວາງມາຍ, ຫົວໜ້າພະແນກວັດທະນະທຳ, ກິລາ ນະຄອນຫາຍຟ່ອງ)

ການແຂ່ງຂັນຊ່ວງເຮືອ Rowing ແລະ Canoeing ຊີງແຊັມລະດັບໂລກ, U19, U23 ແລະ ຊີງແຊັມ ອາຊີຕາເວັນອອກສ່ຽງໃຕ້ ຈະຈັດຂຶ້ນຢູ່ນະຄອນ ຫາຍຟ່ອງ ແຕ່ວັນທີ 24 ມິຖຸນາ ຫາວັນທີ 07 ກໍລະກົດ. ນີ້ແມ່ນຂໍ້ມູນໂດຍພະແນກວັດທະນະທຳ, ກິລາ ຫາຍຟ່ອງ ປະກາດໃນວັນທີ 04 ມິຖຸນາ.

ການແຂ່ງຂັນມີການເຂົ້າຮ່ວມຂອງນັກກິລາ, ຄູ່ຝຶກກວ່າ 600 ຄົນ ທີ່ມາຈາກ 7 ປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ລວມມີ: ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ. ນີ້ແມ່ນງານແຂ່ງຂັນມີຊື່ສຽງແຖວໜ້າພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ເຕົ້າໂຮມບັນດານັກກິລາດີເດັ່ນມາຈາກບັນດາປະເທດຢູ່ພາກພື້ນ. ການແຂ່ງຂັນໄດ້ຈັດຂຶ້ນຢູ່ສູນຝຶກແອບແຂ່ງຂັນຊ່ວງເຮືອ, ນະຄອນ ຫາຍຟ່ອງ. ທ່ານນາງ ເຈິ່ນທິຮ່ວາງມາຍ, ຫົວໜ້າພະແນກວັດທະນະທຳ, ກິລາ ນະຄອນຫາຍຟ່ອງ, ໃຫ້ຮູ້ວ່າ, ປະຈຸບັນ ວຽກງານກະກຽມໃຫ້ແກ່ການແຂ່ງຂັນໄດ້ສຳເລັດແລ້ວ.

“ຄະນະຈັດຕັ້ງໄດ້ຜັນຂະຫຍາຍທຸກວຽກງານໃຫ້ແກ່ເຫດການເພື່ອໃຫ້ບັນລຸຜົນສຳເລັດ. ພວກຂ້າພະເຈົ້າຈະຂຶ້ນແຜນຢ່າງລະອຽດທີ່ສຸດເພື່ອຮັບປະກັນຄວາມປອດໄພ, ໂດຍສະເພາະແມ່ນບັນຫາຄວາມໝັ້ນຄົງ, ກໍ່ຄືບັນດາວຽກງານທີ່ກ່ຽວຂ້ອງເຖິງການຕ້ອນຮັບ”.

ຕອບກັບ

ຂ່າວ/ບົດ​ອື່ນ