ນັກ​ກິລາ​ຍົກ​ນ້ຳໜັກ​ເລ​ວັນ​ກົງ​ທຳລາຍ​ສະຖິຕິ​ໂລກ​ຢູ່Paralympics2016

ນັກ​ກິລາ​ຍົກ​ນ້ຳໜັກ​ເລ​ວັນ​ກົງ​ທຳລາຍ​ສະຖິຕິ​ໂລກ​ຢູ່Paralympics2016 - ảnh 1
ນັກ​ກິລາ​ຍົກ​ນ້ຳໜັກ ​ເລ​ວັນ​ກົງ ຄວ້າ​ໄດ້​ຫຼຽນ​ຄຳ ​
ເມື່ອສາມາດຍົກ​ນ້ຳໜັກ ​ໃນ​ລະດັບ 181 kg
(ພາບ: Reuters)

(vovworld) – ​ ຮຸ່ງ​ເຊົ້າ​ວັນ​ທີ 09/09​ (ຕາມ​ເວລາ ຫວຽດນາມ), ​ໃນ​ລາຍການ​ຍົກ​ນ້ຳໜັກລຸ້ນ 49 Kg ​ເພດ​ຊາຍ, ນັກ​ກິລາ​ຍົກ​ນ້ຳໜັກ ​ເລ​ວັນ​ກົງ ຄວ້າ​ໄດ້​ຫຼຽນ​ຄຳ ​ເມື່ອສາມາດຍົກ​ນ້ຳໜັກ ​ໃນ​ລະດັບ 181 kg, ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຍັງ​ໄດ້ທຳລາຍ​ສະຖິຕິ  Paralympic ຢູ່​ລຸ້ນນ້ຳ​ໜັກ​ນີ້​ເປັນ 2 ​ເທື່ອ​ແລ້ວ. ນີ້​ແມ່ນ​ຫຼຽນ​ຄຳດວງ​ທຳ​ອິດ​ຂອງ​ຄະນະ​ນັກ​ກິລາ ຫວຽດນາມ ທີ່​ Paralympic ຄັ້ງ​ຕ່າງໆ ນັບ​ແຕ່​ເມື່ອ​ເຂົ້າ​ຮ່ວມການ​ແຂ່ງຂັນ​ນີ້ ໃນ​ປີ 2000. ພາຍຫລັງ​ທີ່​ຄວ້າ​ໄດ້​ຫຼຽນ​ຄຳ Paralympic ​ເລ​ວັນ​ກົງ ​ໄດ້ມີ​ສິດ​ຍົກ​ອີກ​ເທື່ອ​ໜຶ່ງ ລາວ​ຍົກ​ນ້ຳໜັກ ສຳ ​ເລັດ​ໃນ​ລະດັບ 183 kg, ​ໄດ້​ສ້າງສະຖິຕິ​ໂລກ​ໃນ​ການ​ຍົກ​ນ້ຳໜັກລຸ້ນ 49 kg.

ພາຍຫຼັງ​ໄດ້​ຮັບ​ຂ່າວ​ມ່ວນ​ດັ່ງ​ກ່າວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຝາກ​ຈົດໝາຍ​ຊົມ​ເຊີຍ​ຄະນະ​ນັກ​ກິລາ ຫວຽດນາມ ​ແລະ ນັກ​ກິລາ ​ເລ​ວັນ​ກົງ ດ້ວຍ​ຜົນງານ​ຄ້ວາ​ໄດ້​ຫຼຽນ​ຄຳ​ທີ່ Paralympics 2016.


ຂ່າວ/ບົດ​ອື່ນ